ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນເຂົ້າຢ້ຽມຂໍ່ານັບຄະນະນໍາ ສຊປລ

ວັນທີ 14 ມີນາ 2022 ນີ້, ທີ່ຫ້ອງຮັບແຂກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ, ຊຶ່ງນຳໂດຍສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງການເງິນ, ຮອງຫົວໜ້າຫ້ອງການກະຊວງການເງິນ, ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເພື່ອລາຍງານການເຄື່ອນໄຫວວຽກຂອງຊາວໜຸ່ມກະຊວງການເງິນ, ແຜນງານການເຄື່ອນໄຫວປີ 2022 ແລະ ຊຸກຍູ້ວຽກງານຄະນະບວນການການຈັດກິດຈະກຳຮ້ອງເພງຂອງເດັກນ້ອຍພິການຂອງກົມເຍົາວະຊົນຈໍານວນ 10 ລ້ານກີບທີ່ຈະໄດ້ຈັດຂື້ນໃນໄວໆນີ້.

ໂອກາດນີ້, ສະຫາຍ ສົມຈິດ ຄຳມຸງຄຸນ ໄດ້ລາຍງານໂດຍສັງເຂບກ່ຽວກັບກັບອົງປະກອບຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ, ທັງເປັນການເຂົ້າຢຽມຂໍ່ານັບເພື່ອຮັບຟັງທິດຊີ້ນໍາໃນການປະຕິ ບັດວຽກງານຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ ທີ່ຕິດພັນກັບວິຊາສະເພາະເປັນຕົ້ນ:ແມ່ນການການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ພ້ອມດຽວກັນນີ້,ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ, ຍັງໄດ້ມີແຜນຮ່ວມກິດຈະກຳກັບຄະນະບໍລິ ຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເນື່ອງຈາກວ່າສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເປັນຄູ່ໃນການຮ່ວມເຜີຍແຜ່ເອກະສານຕ່າງໆທີ່ຕິດພັນກັບວາລະແຫ່ງຊາດ,ທັງເປັນການປູກຈິດສຳນຶກໃຫ້ກັບເຍົາວະຊົນຊາວໜຸ່ມບັນດາຜູ້ປະກອບການນັກທຸລະກິດໃຫ້ມີສ່ວນຮ່ວມໃນການປະຕິບັດວາລະແຫ່ງຊາດຕາມສິດ ແລະ ພັນທະອື່ນໆນໍາອີກດ້ວຍ.

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ ຍັງໄດ້ຖືເອົາໂອກາດນີ້ອວຍພອນຄະນະສະຫະພັນແມ່ຍິງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ມີນາຄົບຮອບ 112 ປີ, ພ້ອມທັງໄດ້ມອບເງິນສົມທົບທຶນຈໍານວນ 10 ລ້ານກີບ,ເພື່ອເປັນການຊຸກຍູ້ວຽກງານຄະນະບວນການການຈັດກິດຈະກຳຮ້ອງເພງຂອງເດັກນ້ອຍພິການຂອງກົມເຍົາວະຊົນຈໍານວນ 10 ລ້ານກີບທີ່ຈະໄດ້ຈັດຂື້ນໃນໄວໆນີ້.

ໂອກາດດຽວກັນ, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍມາຍັງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ, ທີ່ໄດ້ໃຫ້ກາສະໜັບສະໜູນໃນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງຄະນະນຳກະຊວງການເງິນ. ພ້ອມທັງໄດ້ຍ້ອງຍໍຊົມເຊີຍການເຄື່ອນໄຫວວຽກງານຂອງຊາວໜຸ່ມ ກະຊວງການເງິນໃນໄລຍະຜ່ານມາຜ່ານຜ່າຂໍ້ຫຍຸ້ງຍາກ, ສາມາດເຮັດປະຕິບັດໜ້າທີ່ໄດ້ເປັນຢ່າງດີໂດຍສະເພາະຊາວໜຸ່ມ ຢູ່ໃນຂົງເຂດການເງິນປະກອບສ່ວນເຂົ້າໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ສ້າງກົນໄກໃນການຄຸ້ມຄອງລາຍຈ່າຍ, ໃນເງື່ອນໄຂສະພາບເຄື່ອນໄຫວຫຍຸ້ງຍາກ, ໄດ້ນຳໃຊ້ທ່າແຮງທີ່ບົ່ມຊ້ອນ ສຸມສະຕິປັນຍາຄວາມຮູ້ຄວາມສາ ມາດເຂົ້າໃນວຽກງານຕາມໜ້າທີ່ໄດ້ຮັບມອບໝາຍ.