WHO ຢືນຢັນ “ເດວຕາຄຣອນ” ມີແທ້ ພົບຄົນຕິດເຊື້ອແລ້ວໃນ 4 ປະເທດ

WHO ຢືນຢັນເຊື້ອໂຄວິດ “ເດວຕາຄຣອນ” ລູກປະສົມລະຫວ່າງ ໂອມິຄຣອນ+ເດວຕາ ມີແທ້ ເປັນເຊື້ອສາຍພັນໃໝ່ ພົບຜູ້ຕິດເຊື້ອແລ້ວໃນ 4 ປະເທດ ຫລັງນັກວິທະຍາສາດໃນໄຊປຣັສປະກາດພົບຄັ້ງທຳອິດເມື່ອຕົ້ນປີ ແຕ່ຖືກຄັດຄ້ານ.
ອົງການອະນາໄມໂລກ (WHO) ອອກຖະແຫລງການຢືນຢັນວ່າ: ເຊື້ອໂຄວິດກາຍພັນລູກປະສົມລະຫວ່າງສາຍພັນໂອມິຄຣອນກັບເດວຕາ ເຊິ່ງຖືກຕັ້ງຊື່ວ່າ: “ເດວຕາຄຣອນ” ມີແທ້ ເປັນເຊື້ອສາຍພັນໃໝ່ ແລະ ປັດຈຸບັນເລີ່ມພົບຈຳນວນຜູ້ຕິດເຊື້ອໂຄວິດສາຍພັນເດວຕາຄຣອນເພີ່ມຂຶ້ນຢ່າງຊ້າໆໃນປະເທດຝຣັ່ງ, ເດນມາກ ແລະ ເນເທີແລນແລ້ວ. ຂະນະທີ່ເວັບໄຊ ສກາຍນິວ ລາຍງານວ່າ: ມີຄົນຕິດເຊື້ອໂຄວິດເດວຕາຄຣອນໃນອາເມລິກາແລ້ວ 2 ຄົນ.
ອົງການອະນາໄມໂລກໄດ້ອອກຖະແຫລງການຢືນຢັນວ່າ: ມີເຊື້ອໂຄວິດກາຍພັນລູກປະສົມເດວຕາຄຣອນຢ່າງເປັນທາງການໃນວັນທີ 9 ມີນາຜ່ານມາ ເມື່ອໄດ້ເກີດຂໍ້ກັງວົນໃນເລື່ອງນີ້ ຫລັງຈາກທີມວິໄຈໃນສາທາລະນະລັດໄຊປຣັສ ນຳໂດຍ ລິອອນດິອອສ ຄອສຕຣິຄິສ ສາສະດາຈານດ້ານວິທະຍາສາດຊີວະພາບ ຢູ່ມະຫາວິທະຍາໄລໄຊປຣັສ ໄດ້ປະກາດການພົບເຊື້ອໂຄວິດ-19 ກາຍພັນສາຍພັນໃໝ່ ທີ່ເປັນການປະສົມປະສານທາງພັນທຸກຳລະຫວ່າງເຊື້ອໂຄວິດສາຍພັນເດວຕາກັບໂອມິຄຣອນ ຕັ້ງຊື່ເອີ້ນວ່າ: ເດວຕາຄຣອນ (Deltacron) ໃນເດືອນມັງກອນ 2022.
ແຕ່ຕໍ່ມາ ໄດ້ມີນັກວິໄຈຈຳນວນໜຶ່ງອອກມາຄັດຄ້ານທັນທີ ໂດຍຊີ້ວ່າເຊື້ອໂຄວິດເດວຕາຄຣອນອາດຈະເປັນການປົນເປື້ອນທີ່ເກີດຂຶ້ນໃນຫ້ອງແລັບຫລາຍກວ່າຈະເປັນເຊື້ອໂຄວິດສາຍພັນໃໝ່ ທີ່ເກີດຈາກການກາຍພັນປະສົມປະສານທາງພັນທຸກຳລະຫວ່າງເຊື້ອໂອມິຄຣອນ ເຊິ່ງເປັນເຊື້ອໂຄວິດທີ່ເກີດການກາຍພັນຫລາຍທີ່ສຸດ ກັບເຊື້ອໂຄວິດສາຍພັນເດວຕາ ທີ່ກໍ່ໃຫ້ເກີດອາການຮຸນແຮງ.

