ກົມກວດກາປ່າໄມ້ ຮັບຜິດຊອບດຳເນີນຄະດີອາຊະຍາກຳ ສັດນ້ຳ-ສັດປ່າ ແລະ ປ່າໄມ້

ເມື່ອບໍ່ດົນມານີ້, ກົມຕໍາຫລວດສິ່ງແວດລ້ອມ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຄວາມຮັບຜິດຊອບການດໍາເນີນຄະດີອາຊະຍາກໍາສັດນໍ້າ-ສັດປ່າ ແລະ ປ່າໄມ້ໃຫ້ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ລວມທັງອາຊະຍາກໍາຂ້າມຊາດສັດນໍ້າ-ສັດປ່າ ແລະ ປ່າໄມ້ ພ້ອມທັງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕິດພັນກັບສົນທິສັນຍາ ຂອບການຮ່ວມມື SOMTC, ASEANAPOL ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດສະເພາະໃນຂົງ ເຂດສັດນໍ້າ-ສັດປ່າ ແລະ ປ່າໄມ້ ຢູ່ພາຍໃນ, ພາກພື້ນ ແລະ ສາກົນ..

ຂະນະທີ່ແຕ່ປີ 2012-2021, ກົມຕໍາຫລວດສິ່ງເວດລ້ອມສາມາດແກ້ໄຂຄະດີສັດນໍ້າ, ສັດປ່າ ໄດ້ 14 ເລື່ອງ, ກັກຜູ້ຖືກຫາໄດ້ 13 ຄົນ, ຕ່າງປະເທດ 5 ຄົນ, ສານຕັດສິນແລ້ວ 2 ເລື່ອງ.

ແນວໃດກຊດີ, ກົມຕຳຫລວດສິ່ງແວດລ້ອມ ຍັງສືບຕໍ່ຊີ້ນຳສາຍຕັ້ງໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາ ສັດນໍ້າ ສັດປ່າ ແລະ ປ່າໄມ້ ກໍລະນີກວດພົບຜູ້ລະເມີດກົດໝາຍ ໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ປ່າໄມ້ຮັບຊາບແລ້ວເກັບກຳຂໍ້ມູນເບື້ອງຕົ້ນເຫັນວ່າເປັນການກະທຳຜິດທາງອາຍາ ໃຫ້ຈັບ ແລະ ນຳຜູ້ຖືກສົງໄສ ຫລື ຜູ້ຖືກຫາໄປຝາກຂັງໄວ້ຄ້າຍຄຸມຂັງຂອງເຈົ້າໜ້າທີ່ຕຳຫລວດ.

ຈາກນັ້ນ, ຈຶ່ງມອບຂອງກາງ ແລະ ສໍານວນຄະດີສົ່ງໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ສືບຕໍ່ດໍາເນີນຄະດີ; ກໍລະນີການກະທໍາຜິດກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ທີ່ເກີດຂຶ້ນຢູ່ພາຍໃນ ຫລື ຂ້າມຊາດ ທີ່ ສະຫລັບຊັບຊ້ອນ, ພົວພັນຫລາຍພາກສ່ວນ, ເຈົ້າໜ້າທີ່ປ່າໄມ້ຕ້ອງສົມທົບກັບເຈົ້າໜ້າທີ່ຕຳຫລວດສິ່ງແວດ ລ້ອມ ແລະ ພາກສ່ວນກ່ຽວຂ້ອງທີ່ຢູ່ໃນເຄືອຂ່າຍບັງຄັບໃຊ້ກົດໝາຍສັດນໍ້າ-ສັດປ່າ ແລະ ປ່າໄມ້ (LAO WEN) ຮ່ວມກັນດໍາເນີນຄະດີ ໂດຍເຈົ້າໜ້າທີ່ປ່າໄມ້ ເປັນໃຈກາງ.