ລັດຖະບານຍີ່ປຸ່ນລົງນາມໃຫ້ການຊ່ວຍເຫລືອ ປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສຳລັບຄະນະວິສະວະກຳສາດ ມຊ, ມູນຄ່າ 19,4 ລ້ານໂດລາ

ວັນທີ 15 ມີນາ 2022 ນີ້ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ, ໃນໂຄງການປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສຳລັບ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ລວມມູນຄ່າທັງຫມົດ 2,105 ຕື້ເຢນ (ປະມານ 19,4 ລ້ານໂດລາ ສະຫະລັດ), ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການຊ່ວຍເຫຼືອໃນຄັ້ງນີ້ ເປັນໂຄງການໜຶ່ງທີ່ ພະນະທ່ານ ກິຊິດະ ຟຸມິໂອະ, ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໂອກາດສົນທະນາທາງໂທລະສັບກັບ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 01 ມີນາ 2022 ຜ່ານມາ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງລັດຖະບານ ກໍ່ຄື ປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດ ຂອງ ສປປ ລາວ ເວົ້າສະເພາະ, ເວົ້າລວມ ກໍ່ແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ພ້ອມດຽວກັນນີ້ ໂຄງການດັ່ງກ່າວ ແມ່ນໄດ້ແນ່ໃສ່ຍົກລະດັບຄຸນນະພາບ ແລະ ຄວາມອາດສາມາດໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ທຽບເທົ່າສາກົນ ເພື່ອອອກຮັບໃຊ້ສັງຄົມ ແລະ ທັນກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝປະຈຸບັນ ໃນການຫັນສູ່ອຸດສາຫະກໍາ 4.0.

