ໄລຍະ 100 ວັນການເປີດບໍລິການລົດໄຟລາວ-ຈີນ %, ຕົ້ນທຶນຂົນສົ່ງສິນຄ້າພາຍໃນ ຫລຸດລົງ 20%-40%

ອີງຕາມການລາຍງານຂອງ CRI ວັນທີ 12 ມີນາ 2022 ນີ້, ທາງລົດໄຟ ລາວ-ຈີນ ໄດ້ເປີດນຳໃຊ້ຄົບຮອບ 100 ວັນໃຫ້ຮູ້ວ່າ: ໄລຍະ 100 ວັນມານີ້, ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລຽບຕາມທາງລົດໄຟ, ທາງລົດໄຟລາວ-ຈີນ ບໍ່ພຽງແຕ່ໄດ້ເພີ່ມຖ້ຽວລົດໄຟໂດຍສານໃຫ້ຫລາຍຂຶ້ນເທົ່ານັ້ນ, ຫາກຍັງໄດ້ດຳເນີນການທົດລອງແລ່ນລົດໄຟ EMU ຂະບວນລ້ານຊ້າງສອງຂະບວນຕໍ່ໃສ່ກັນ ເພື່ອເພີ່ມຄວາມສາມາດດ້ານການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການອອກເດີນທາງຂອງຜູ້ໂດຍສານຢູ່ຕາມທາງລົດໄຟ ລາວ-ຈີນ.
ຂະບວນລົດໄຟໂດຍສານຕອນຢູ່ພາຍໃນປະເທດຈີນ ໄດ້ເປີດຖ້ຽວລົດໄຟໄປ-ກັບ 23,5 ຂະບວນຕໍ່ມື້ ແລະ ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 1,65 ລ້ານເທື່ອຄົນ, ສູງສຸດມື້ໜຶ່ງສາມາດຂົນສົ່ງຜູ້ໂດຍສານໄດ້ເຖິງ 33.000 ເທື່ອຄົນ; ທາງລົດໄຟຕອນຢູ່ພາຍໃນປະເທດລາວໄດ້ເປີດຂະບວນລົດໄຟໂດຍສານ ໄປ-ກັບ 2 ຂະບວນຕໍ່ມື້, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 150.000 ເທື່ອຄົນ ແລະ ສູງສຸດຂົນສົ່ງຜູ້ໂດຍສານໄດ້ເຖິງ 2.800 ເທື່ອຄົນຕໍ່ມື້.
ຂົນສົ່ງສິນຄ້າຫລາຍກວ່າ 1,2 ລ້ານໂຕນ ແລະ ຂົນສົ່ງສິນຄ້າຂ້າມຊາຍແດນຫລາຍກວ່າ 280.000 ໂຕນ, ໄດ້ຂົນສົ່ງສິນຄ້າໄປເຖິງຫລາຍປະເທດ.
ຕົ້ນທຶນການຂົນສົ່ງສິນຄ້າຈາກນະຄອນຫລວງວຽງຈັນ ເຖິງນະຄອນຄຸນມິງ ຂອງຈີນ ໄດ້ຫລຸດລົງ 40%-50%, ຕົ້ນທຶນຂົນສົ່ງສິນຄ້າພາຍໃນປະເທດລາວກໍໄດ້ຫລຸດລົງ 20%-40%.

