ແຂວງຈຳປາສັກ-ແຂວງຊຽງແຕງ ເຫັນດີເພີ່ມທະວີການຮ່ວມມືຫລາຍດ້ານ

ໃນກອງປະຊຸມພົບປະແບບບໍ່ເປັນທາງການລະຫວ່າງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ແລະ ທ່ານ ສະຫວາຍ ສົມອຽງ ເຈົ້າແຂວງໆຊຽງແຕງ ພ້ອມດ້ວຍຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ 2 ຝ່າຍເຂົ້າຮ່ວມໃນວັນເສົາທີ 12 ມີນາທີ່ຫ້ອງການດ່ານຕຣາປຽງກຣຽນ, ສອງແຂວງ ໄດ້ເຫັນພ້ອມເປີດກອງປະຊຸມຮ່ວມສອງຝ່າຍເພື່ອທົບທວນຄືນການຈັດຕັ້ງປະຕິ ບັດບົດບັນທືກວ່າດ້ວຍການຮ່ວມມືລະຫວ່າງ 2 ແຂວງຄັ້ງທີ 13 ແລະ ກ້າວສູ່ການເປີດກອງປະຊຸມຮ່ວມສອງຝ່າຍຄັ້ງທີ 14 ທີ່ແຂວງຊຽງແຕງເປັນເຈົ້າພາບ, ສືບຕໍ່ການພົບປະແລກປ່ຽນຄະນະນຳເມືອງ ທີ່ມີຊາຍແດນຕິດຈອດກັນເພື່ອປຶກສາຫາລືແກ້ໄຂຮ່ວມສະພາບທີ່ເກີດຂື້ນຕາມຊາຍແດນໃຫ້ທັນເຫດການ ແລະ ຊຸກ ຍູ້ກອງກໍາລັງທະຫານ, ເຈົ້າໜ້າທີ່ຕຳຫລວດຂອງແຕ່ລະຝ່າຍພົບປະກັນເປັນປົກກະຕິ.
ນອກນີ້ຍັງເຫັນດີສະເໜີຂັ້ນເທິງຂອງຕົນເພື່ອສຶກສາຄວາມເປັນໄປໄດ້ສ້າງຕັ້ງດ່ານທ້ອງຖິ່ນໃໝ່ຄືດ່ານນາປ່າກຽບເມືອງໂຂງ, ບຸກເບີກແລວທາງລຽບຊາຍແດນຈຸດບໍລິເວນດ່ານໜອງນົກຂຽນຫາດົງກະລໍ ເມືອງໂຂງ ແລະ ຊຸກຍູ້ຂະແໜງການໂຍທາທິການ ແລະ ຂົນສົ່ງ, ເຈົ້າໜ້າທີ່ປະຈໍາດ່ານສົມທົບກັນສ້ອມແປງຫລັກຊີ ມັງ PN89 ທີ່ຫັກຢູ່ບໍລິເວນດ່ານສາກົນໜອງນົກຂຽນ-ຕຣາປ່ຽງກຣຽນ ຄືນ ແລະ ແຂວງຊຽງແຕງ ກໍໄດ້ຊາບວ່າ ແຂວງຈໍາປາສັກ ພວມສຶກສາຄວາມເປັນໄປໄດ້ສ້າງຈຸດປ່ຽນຖ່າຍສິນຄ້າຢູ່ໜອງນົກຂຽນ.

