ໄນກີ້ ກຽມພິຈາລະນາຖອນຕົວສະໜັບສະໜູນ ເຊລຊີ ອີກລາຍ, ຫລັງ ອະບຣາໂມວິດ ຖືກຄວຳ່ບາດ

 

ສື່ອັງກິດລາຍງານວ່າ ໄນກີ້ (NIKE) ບໍລິສັດອຸປະກອນກິລາຊື່ດັງພວມພິຈາລະນາຖອນຕົວຈາກການເປັນຜູ້ສະໜັບສະໜູນຊຸດແຂ່ງຂັນຂອງ ເຊລຊີ ຫລັງ ໂຣມັນ ອະບຣາໂມວິດ ເຈົ້າຂອງສະໂມສອນຖືກຄວ່ຳບາດ.

ສຳລັບ ເຊລຊີ ພວກມພົບກັບມໍລະສຸມຢ່າງຕໍ່ເນື່ອງ ຫລ້າສຸດ ໂຣມັນ ອະບຣາໂມວິດ ໂດຍລັດຖະບານອັງກິດເຊິ່ງເປັນຫນຶ່ງໃນມາດຕະການປາບປາມຜູ້ມີອຳນາດຊາວຣັສເຊຍໃນອັງກິດ.

ຈາກເລື່ອງເກີດຂຶ້ນສົ່ງຜົນກະທົບຕໍ່ ເຊລຊີ ຫລາຍດ້ານ ໂດຍສະເພາະຢ່າງຍິ່ງການທີ່ ທຣີ (Three) ບໍລິສັດດ້ານໂທລະຄົມມະນາຄົມຊື່ດັງ ປະກາດລະງັບການເປັນຜູ້ສະໜັບສະໜູນເສື້ອແຂ່ງຂັນຂອງ ເຊລຊີ ເປັນທີ່ຮຽບຮ້ອຍແລ້ວ.

ຫລ້າສຸດ ເດລີ ເມລ ເປີດເຜີຍວ່າ : ໄນກີ້ ພວມພິຈາລະນາວ່າຈະສະໜັບສະໜູນຊຸດແຂ່ງຂອງເຊລຊີ ຕໍ່ໄປ ຫລື ບໍ່ ເຖິງພວກເຂົາຈະມີສັນຍາຮ່ວມກັນເຖິງ 15 ປີ (ນັບແຕ່ປີ 2016 ແລະ ມີມູນຄ່າລວມເຖິງ 900 ລ້ານປອນ ກໍຕາມ.

ທັງນີ້ ມີລາຍງານເພີ່ມວ່າ ຫາກ ໄນກີ້ ຕັດສິນໃຈຖອນຕົວແທ້, ເຊລຊີ ຈະສູນເສຍລາຍໄດ້ຫລາຍເຖິງ 540 ລ້ານປອນ.