ສະເປີ ລັອກເປົ້າ! ຄວ້າ ໂຈ ໂກເມສ ແນວຮັບສຳຮອງຂອງຫົງແດງເສີມທັບ

ເວັບໄຊສດັງຂ່າວຕີຂ່າວ ທັອດແນັມ ຮັອດສະເປີ ລັອກໂຕ ໂຈ ໂກເມສ ກອງຫຼັງຂອງ ລິເວີພູລ ມາເສີມທັບຫຼັງຈົບລະດູການນີ້, ຄາດວ່ານັກເຕະໃຫ້ຄວາມສົນໃຈເຊັ່ນດຽວກັນ ເພາະຈະມີໂອກາດລົງສະໜາມຢ່າງຕໍ່ເນື່ອງ ແລະ ມີໂອກາດເຂົ້າຮ່ວມທີມຊາດອັງກິດ ໄປແຂ່ງຂັນບານເຕະໂລກ 2022

ທັອດແນັມ ຮັອດສະເປີ ມີຄວາມສົນໃຈຊຶ້ໂຕ ໂຈ ໂກເມສ ໃນລະດູຮ້ອນນີ້. ຫຼັງຈາກທີ່ນັກເຕະຕ້ອງການຍ້າຍອອກຈາກ ແອນຟີວ ເພື່ອໂອກາດລົງສະຫນາມຢ່າງຕໍ່ເນື່ອງ ຈາກການເປີດເຜີຍຂອງ “90min” ເວັບໄຊສທີ່ມີຊື່ສຽງໃນປະເທດອັງກິດ

ສະເປີ ເປັນໜຶ່ງໃນສະໂມສອນພຣີເມຍລີກ ອັງກິດ ໃຫ້ຄວາມສົນໃຈໃນຕົວດາວເຕະໄວ 24 ປີ ເນື່ອງຈາກພວກເຂົາຕ້ອງການກອງຫຼັງຄົນໃໝ່ເພື່ອຊ່ວຍແກ້ໄຂປັນຫາເກມຮັບທີ່ບໍ່ດີຂອງເຂົາໃນລະດູການນີ້, ໂກເມສ ມີຄຸນສົມບັດເໝາະສົມທຸກຢ່າງ, ໃນຂະນະທີ່ ໂກເມສ ເຊິ່ງລົງຫຼິ້ນໃຫ້ກັບ ລິເວີພູລ ໄປແລ້ວ 135 ນັດໃນທຸກລາຍການແຂ່ງຂັນ ນັບຕັ້ງແຕ່ຍ້າຍມາຈາກ ຊານຕັນ ແອັດເລຕິກ ໃນປີ 2015 ເຫັນວ່າການລົງຫຼິ້ນໃຫ້ກັບ “ໄກ່ງວງທອງ” ຈະເຮັດໃຫ້ເຂົາມີໂອກາດລົງສະໜາມຢ່າງຕໍ່ເນື່ອງ ເພື່ອຈະມີລຸ້ນໄດ້ຕິດທີມຊາດອັງກິດ ໄປລຸຍບານໂລກ 2022 ທີ່ປະເທດກາຕ່າ ​ໃນ​ທ້າຍ​ປີ​ນີ້

ທັງນີ້ ອັນໂຕນິໂອ ຄອນເຕ້ ຜູ້ຈັດການທີມຊາວອິຕາລີ. ມັກເລືອກໃຊ້ແຜນການຫຼີ້ນກອງຫຼັງສາມຄົນ, ໂດຍສົ່ງ ເອຣິກ ໄດເອີ, ຄຣິສເຕຍ ໂລເມໂຣ່ ແລະ ເບນ ເດວິສ ລົງສະໜາມຢ່າງຕໍ່ເນື່ອງ, ຖ້າສະເປີໄດ້ ໂກເມສ ກໍ່ຈະຊ່ວຍເສີມສ້າງເກມປ້ອງກັນທີ່ແຂງແຮງຂອງທີມໄດ້ອີກ. ນອກຈາກນັ້ນ, ນັກເຕະຈະພັດທະນາສັກກະຍາພາບເພີ່ມເຕີມພາຍໃຕ້ການເຮັດວຽກຮ່ວມກັບ ນາຍໃຫຍ່ເລືອດ ມັກກະໂລນີ.