Three ລະງັບການສະໜັບສະໜູນ ເຊລຊີ ຊົ່ວຄາວ ຖອດໂລໂກ້ຈາກຊຸດແຂ່ງຂັນ

‘‘ ທຣີ ’’  (Three) ບໍລິສັດ ດ້ານໂທລະຄົມມະນາຄົມຊື່ດັງໃນອັງກິດ ປະກາດຍຸດຕິຄວາມສຳພັນກັບ ເຊລຊີ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ເປັນການຊົ່ວຄາວ ຫລັງລັດຖະບານອັງກິດ ສັ່ງຄວຳ່ບາດ ໂຣມັນ ອະບຣາໂມວິດ ເຈົ້າຂອງທີມຊາວຣັສເຊຍຂອງເຊລຊີ ທີ່ເຊື່ອວ່າມີຄວາມສະໜິດສະໜົມກັບ ວະລາດີເມຍ ປູຕິນ ປະທານາທິບໍດີຣັສເຊຍ ທີ່ໄດ້ສັ່ງກອງກຳລັງຣັສເຊຍໂຈມຕີ ຢູເຄຣນ ຢູ່ໃນເວລານີ້.

ທຣີ ຖະແຫລງການວ່າ ‘‘ ຈາກການທີ່ລັດຖະບານປະກາດຄວຳ່ບາດໄປເມື່ອບໍ່ດົນນີ້ ເຮົາຈຶ່ງຂໍລະງັບການເປັນຜູ້ສະໜັບສະໜູນໃຫ້ກັບສະໂມສອນເຊລຊີ ເປັນການຊົ່ວຄາວ ລວມເຖິງການຖອດໂລໂກ້ສິນຄ້າຂອງພວກເຮົາອອກຈາກເສື້ອແຂ່ງຂັນ ແລະ ບໍລິເວນຮອບສະຫນາມຈົນກວ່າຈະມີການປ່ຽນແປງ ’’.

‘‘ ພວກເຮົາເຂົ້າໃຈດີວ່າການຕັດສິນໃຈຄັ້ງນີ້ສົ່ງຜົນກະທົບຕໍ່ແຟນບານເຊລຊີ ຫລາຍຄົນທີ່ຕິດຕາມທີມຢ່າງເລິກເຊິ່ງ ແນວໃດກໍຕາມ ເຮົາຮູ້ສຶກວ່າດ້ວຍສະຖານະການ ແລະ ການຕັດຂາດຂອງລັດຖະບານນັ້ນເປັນການເຮັດໃນສິ່ງທີ່ຖືກຕ້ອງ ’’.

ສຳລັບ ‘‘ ທຣີ ’’ ຫາກໍເຊັນສັນຍາສະໜັບສະໜູນເຊລຊີ ເມື່ອປີ 2020 ຈ່າຍເງິນຕອບແທນໃຫ້ປີລະ 40 ລ້ານປອນ.