ພູເຂົາໄຟ “ເມຣາປີ” ລະເບີດກາງເດິກ ອິນໂດເນເຊຍອົບພະຍົບປະຊາຊົນນັບຮ້ອຍຄົນ

ພູເຂົາໄຟເມຣາປີໃນອິນໂດເນເຊຍລະເບີດກາງເດິກຄືນນີ້ ທາງການປະກາດເຕືອນໄພຈາກລາວາ ແລະ ຂີ້ເຖົ່າໃນລັດສະໝີ 7 ກິໂລແມັດ ເລັ່ງອົບພະຍົບປະຊາຊົນ 250 ກວ່າຄົນໄປພື້ນທີ່ປອດໄພ.

ວັນທີ 10 ມີນາ 2022, ສຳນັກງານບັນເທົາໄພພິບັດແຫ່ງຊາດຂອງອິນໂດເນເຊຍ (BNPB) ຖະແຫລງໃນວັນທີ 10 ມີນາວ່າ: ພູເຂົາໄຟເມຣາປີ ໃນແຂວງຢອກຢາກາຕາຂອງອິນໂດເນເຊຍ ເກີດການລະເບີດຂຶ້ນໃນຕອນກາງເດິກຄືນນີ້ ເຮັດໃຫ້ເກີດກະແສລາວາໄຫລລົງພື້ນທີ່ຮາບພຽງ, ຄວັນຈາກຂີ້ເຖົ່າຂະໜາດໃຫຍ່ປົກຄຸມທົ່ວບໍລິເວນ ລວມທັງບ້ານໃກ້ຄຽງ, ທາງການຕ້ອງເລັ່ງອົບພະຍົບປະຊາຊົນ 253 ຄົນໄປພື້ນທີ່ປອດໄພ.

ນອກຈາກນີ້, BNPB ຍັງອອກປະກາດເຕືອນອັນຕະລາຍຈາກລາຄາ ແລະ ຄວັນຮ້ອນຈາກການລະເບີດຂອງພູເຂົາໄຟໃນລັດສະໝີ 7 ກິໂລແມັດ ໂດຍຈາກການກວດສອບຫລ້າສຸດພົບວ່າຄວັນຮ້ອນກຳລັງພັດໄປທາງຕາເວັນອອກສຽງໃຕ້ຂອງພູໄຟ ເມື່ອເວລາ 7:33 ໂມງ ຂອງວັນທີ 10 ມີນາ ຕາມເວລາທ້ອງຖິ່ນ.

ສ່ວນສຳນັກງານທໍລະນີວິທະຍາຂອງອິນໂດເນເຊຍລະບຸໃນທະວິດເຕີວ່າ: ພູໄຟເມຣາປີໄດ້ປ່ອຍຄວັນຮ້ອນ ເຊິ່ງເປັນສ່ວນປະສົມຂອງຂີ້ເຖົ່າ ແລະ ເສດຊາກວັດສະດຸຈາກພູໄຟ ໄຫລໄປພື້ນທີ່ຮາບພຽງເປັນໄລຍະທາງປະມານ 5 ກິໂລແມັດ ເມື່ອປະມານທ່ຽງຄືນຈົນເຖິງ 2 ໂມງຂອງວັນທີ 10 ມີນາ.

ສຳນັກຂ່າວຣອຍເຕີລາຍງານວ່າ: ສຳລັບພູໄຟເມຣາປີ ເຊິ່ງມີຄວາມສູງ 2.963 ແມັດນັ້ນ ເປັນໜຶ່ງໃນພູໄຟທີ່ຄຸກຮຸ່ນຫລາຍທີ່ສຸດໃນອິນໂດເນເຊຍ ແລະ ຢູ່ໃນລະດັບການແຈ້ງເຕືອນການລະເມີດເປັນອັນດັບ 2 ຂອງປະເທດ ໂດຍພູໄຟເມຣາປີເກີດການລະເບີດຮຸນແຮງຄັ້ງຫລ້າສຸດເມື່ອປີ 2010 ເຊິ່ງໄດ້ຂ້າຊີວິດຄົນໄປກວ່າ 350 ຄົນ.

ທັງນີ້, ອິນໂດເນເຊຍມີທີ່ຕັ້ງຢູ່ໃນບໍລິເວນທີ່ເອີ້ນວ່າ: “ວົງແຫວນແຫ່ງໄຟປາຊີຟິກ” ແລະ ເປັນປະເທດທີ່ມີພູໄຟຈຳນວນຫລາຍ. ຫລ້າສຸດໃນເດືອນທັນວາປີຜ່ານມາ ໄດ້ເກີດການລະເບີດຂອງພູໄຟເຊີເມຣູໃນແຂວງຊະວາຕາເວັນອອກ ສົ່ງຜົນໃຫ້ມີຜູ້ເສຍຊີວິດເກືອບ 60 ຄົນ.

ອ້າງອີງ:

https://www.reuters.com/…/indonesias-merapi-spews-out…/