ນາຍົກລັດຖະມົນຕີ ຊົມເຊີຍອາສາສະໝັກຍີ່ປຸ່ນທີ່ເລືອກມາເຮັດວຽກຢູ່ລາວ

ວັນທີ 10 ມີນາ 2022 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຊົມເຊີຍບັນດາອາສາສະໝັກຍີ່ປຸ່ນທີ່ມີຄວາມອົດທົນ ແລະ ເສຍສະລະສູງ ເຖິງວ່າປະຊາຊົນ 2 ຊາດມີວິຖີຊີວິດ ແລະ ຮີດຄອງປະເພນີແຕກຕ່າງກັນ,ແຕ່ກໍເລືອກມາເຮັດວຽກຢູ່ລາວ ທັງຍັງສະໝັກໄປເຮັດວຽກຢູ່ທ້ອງຖິ່ນຊົນນະບົດຫ່າງໄກສອກຫລີກ ແລະ ໄດ້ກິ້ງເກືອກລີເລືອກັບພະນັກງານ ຢ່າງບໍ່ຮູ້ອິດຮູ້ເມື່ອຍ.
ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອທີ່ລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຊິ່ງເປັນການຊ່ວຍເຫລືອຢູ່ໃນອັນດັບໜຶ່ງໃນການຮ່ວມມື 2 ຝ່າຍຂອງບັນດາຄູ່ຮ່ວມພັດທະນາ ໂດຍໄດ້ປະກອບສ່ວນສຳຄັນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແຕ່ລະໄລຍະ.
ທ່ານ ວັນເພັງ ແສງມະໂນທອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ຜູ້ ນໍາພາອາສາສະໝັກຍີ່ປຸ່ນເຂົ້າຢ້ຽມຂໍ່ານັບ ໄດ້ລາຍງານຕໍ່ນາຍົກລັດຖະມົນຕີວ່າ: ໄລຍະຜ່ານມາ, ລັດຖະ ບານຍີ່ປຸ່ນໄດ້ຊ່ວຍເຫລືອສປປ ລາວ ທັງຊ່ວຍເຫລືອລ້າ ແລະ ການກູ້ຢືມ. ນອກຈາກການຊ່ວຍເຫລືອດັ່ງ ກ່າວແລ້ວ, ຍີ່ປຸ່ນ ຍັງຊ່ວຍເຫລືອໃນຮູບແບບອື່ນອີກເຊັ່ນ: ການສົ່ງອາສາສະໝັກມາປະຕິບັດໜ້າທີ່ຢູ່ຕາມຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເກືອບທຸກແຂວງໃນທົ່ວປະເທດ ເຊິ່ງເປັນການຊ່ວຍເຫລືອທາງວິຊາການ.
ການສົ່ງອາສາສະໝັກ ມາປະຕິບັດໜ້າທີ່ກໍໄດ້ພັດທະນາເປັນລຳດັບຕໍ່ເນື່ອງເຊັ່ນ:ປີ 1965 ມີອາສາສະໝັກພຽງແຕ່ 5 ຄົນ, ເວລານັ້ນ ສປປ ລາວ ເປັນໜຶ່ງໃນ 4 ປະເທດທຳອິດທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາປະຕິບັດວຽກງານ ແລະ ມາຮອດປັດຈຸບັນ ມີ 1.041 ຄົນ, ສະເພາະປີ 2022 ມີອາສາສະໝັກອາວຸໂສ ແລະ ອາສາສະໝັກໜຸ່ມ 20 ຄົນ ທີ່ປະຈໍາຢູ່ຂະແໜງການຕ່າງໆເຊັ່ນ: ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ພັດທະນາຊົນນະບົດ ແລະ ອື່ນໆ.

