ສື່ມວນຊົນລາວທົ່ວປະເທດ ເຂົ້າຮ່ວມສຳມະນາ ການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່

ວັນທີ 10 ມີນາ 2022, ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບວິທະຍຸສາກົນແຫ່ງ ສປ ຈີນ ໄດ້ ຈັດການສຳມະນາກ່ຽວກັບການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃນຮູບແບບອອນລາຍໃຫ້ບັນດາສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ໂດຍທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ເຂົ້າຮ່ວມ ແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາການສື່ໃຫ້ນັກຂ່າວ, ນັກຜະລິດລາຍການທັງມືອາຊີບ ແລະ ສະໝັກຫລິ້ນຢູ່ສູນກາງ ແລະ ທ້ອງຖິ່ນ, ຜະລິດເນື້ອໃນຂ່າວ-ບົດ ແລະ ຮູບການໃຫ້ດຶງດູດຜູ້ບໍລິໂພກ ແລະ ໃຫ້ສອດຄ່ອງໄປຕາມຍຸກສະໄໝໃສ່ສື່ອອນລາຍ ແລະ ອອບລາຍທັງຍັງເປັນໂອກາດຊອກຫາຄວາມສາມາດບົ່ມຊ້ອນຊອກຫາລູກຄ້າ ຜ່ານສື່ສັງຄົມອອນລາຍ ເພື່ອສ້າງລາຍຮັບໃຫ້ອົງການສື່.
ທ່ານ ສະຫວັນຄອນ ລາຊະມຸນຕີ ກ່າວວ່າ: ການສໍາມະນານີ້ມີຄວາມສໍາຄັນທີ່ສຸດຕໍ່ນັກຂ່າວລາວພວກເຮົາ ຖືວ່າເປັນການຊ່ວຍຍົກລະດັບ ແລະ ພັດທະນາສື່ແບບໃໝ່ ໂດຍຈະພ້ອມກັນຮຽນຮູ້ໃນຫົວຂໍ້ສໍາຄັນຕ່າງໆທີ່ປິ່ນອ້ອມວຽກງານສື່ມວນຊົນໃນໄລຍະໃໝ່ ເປັນຕົ້ນ ວິທີການເລືອກເຫດການ ທີ່ຈະນຳສະເໜີເປັນຂ່າວ ເພື່ອດຶງດູດຜູ້ບໍລິໂພກ, ຄວາມແຕກຕ່າງກັນ ລະຫວ່າງສື່ເກົ່າ ແລະ ສື່ໃໝ່ ທັງເນື້ອໃນ ແລະ ຮູບການ, ອົງປະກອບ-ປັດໄຈການຂຽນຂ່າວໃສ່ສື່ເກົ່າ-ສື່ໃໝ່, ຄວາມແຕກຕ່າງລະຫວ່າງຂໍ້ມູນ ແລະ ຂ່າວ, ການນໍາໃຊ້ຂໍ້ມູນຂຽນບົດຄວາມ, ການນໍາໃຊ້ພາສາການຂຽນຂ່າວ, ການອອກແບບ ແລະ ຂຽນໂຄງສ້າງສໍາລັບການຖ່າຍທໍາຂ່າວ ແລະ ສາລະຄະດີ (Video Clip), ມຸມມອງ ແລະ ວິທີການຖ່າຍທໍາ, ການສ້າງ ແລະ ໃຊ້ Info graphic ໃນຂ່າວ, ຮູບແບບການນໍາສະເໜີໜ້າຂ່າວຂອງສື່ອອນລາຍ, ກົດໝາຍສື່ມວນຊົນ, ຈັນຍາບັນ, ຈັນຍາທໍາຂອງນັກຂ່າວ, ການຄຸ້ມຄອງ-ປ້ອງກັນ-ແກ້ໄຂຂໍ້ມູນຂ່າວສານທີ່ເຂົ້າມາທໍາລາຍສື່ອອນລາຍຂອງອົງການ, ຫັນການນໍາໃຊ້ຂໍ້ມູນຂ່າວສານ-ສື່ສານເປັນທັນສະໄໝ, ປອດໄພ ແລະ ການຊອກແຫລ່ງລາຍຮັບຜ່ານສື່ອອນລາຍ.

