ຄູຕິນໂຢ ຄິດໜັກຫລັງຕ້ອງຫລຸດຄ່າເມື່ອຍລົງ ເພື່ອຢູ່ກັບ ວິລລາ ຖາວອນ

ຟີລິບເປ ຄູຕິນໂຢ ກອງກາງຊາວບຣາຊິລ ຕ້ອງຄິດໜັກຫລາຍສົມຄວນ ເມື່ອຕ້ອງຍອມຫລຸດຄ່າເມື່ອຍຈຳນວນຫລາຍລົງ ຫາກຫວັງຍ້າຍຈາກ ບາເຊໂລນາ ມາສວມຊຸດ ແອສຕັນ ວິລລາ ຢ່າງຖາວອນໃນລະດູການຫນ້າ.
ຄູຕິນໂຢ ຍ້າຍຈາກ ບາເຊໂລນາ ມາຢູ່ກັບ ວິລລາ ດ້ວຍສັນຍາຢືມຕົວເມື່ອເດືອນມັງກອນທີ່ຜ່ານມາ ໂດຍມີລາຍງານວ່າ : ‘‘ ມີເງື່ອນໄຂທີ່ສາມາດຈະຊື້ ດາວຍິງອາຍຸ 29 ປີ ມາຮ່ວມທີມໄດ້ຢ່າງຖາວອນດ້ວຍຄ່າຕົວ 33,4 ລ້ານປອນ ’’.
ແນວໃດກໍຕາມ ເທເລກຣາຟ ສື່ຊື່ດັງຂອງອັງກິດລາຍງານວ່າ ເຈົ້າຂອງທີມ ວິລລາ ບໍ່ໄດ້ກັງວົນກັບຄ່າຕົວຂອງຄູຕິນໂຢ ແຕ່ຮູ້ສຶກຫນັກໃຈກັບຄ່າເມື່ອຍຈຳນວນຫລາຍທີ່ລາວໄດ້ຮັບຈາກ ບາເຊໂລນາ ຢູ່ທີ່ 480,000 ປອນ/ອາທິດ ຫລາຍກວ່າ.
ທັງນີ້ ວິລລາ ຈ່າຍຄ່າເມື່ອຍໃຫ້ ຄູຕິນໂຢ ຢູ່ທີ່ 120,000 ປອນ/ອາທິດ ຫລື ບໍ່ຮອດ 25%ຂອງຄ່າເມື່ອຍທີ່ ບາເຊໂລນາ ຈ່າຍໃຫ້ ຄູຕິນໂຢ ລະຫວ່າງສັນຍາຢືມຕົວ 6 ເດືອນ.
ດ້ວຍເຫດນີ້ ດາວເຕະທີມຊາດບຣາຊິລ ຈຶ່ງຕ້ອງຍອມເສຍສະຫລະດ້ວຍການຫລຸດຄ່າເມື່ຍຍຂອງຕົວເອງລົງມາເກີນກວ່າເຄິ່ງຫນຶ່ງ ຫາກຢາກຍ້າຍມາຫລິ້ນໃນ ວິລລາ ຢ່າງຖາວອນຫລັງຫມົດສັນຍາຢືມຕົວ.
ດ່ັງນັ້ນ ຫາກບໍ່ມີການຍ້າຍຢ່າງຖາວອນເກີດຂຶ້ນ ກໍຍັງມີຄວາມເປັນໄປໄດ້ທີ່ ວິລລາ ຈະເປີດໂຕະເຈລະຈາກັບ ບາເຊໂລນາ ເພື່ອຢືມ ອະດີດກອງກາງລີເວີພູລ ທີ່ຍັງເຫລືອສັນຍາໃນຖິ່ນ ຄຳນູ ອີກ 1 ປີນັ້ນ ມາໃຊ້ງານເປັນເວລາ 2 ລະດູການຫນ້າ.

