ກົມງົບປະມານແຫ່ງລັດ ສະຫຼຸບວຽກປະຈຳເດືອນ, ແຜນວຽກຈຸດສຸມຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ

ໃນວັນທີ 7 ມີນາ 2022 ນີ້, ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳເດືອນ 02, ແຜນວຽກຈຸດສຸມເດືອນ 03 ທີ່ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິ ຫານງານພັກ ເປີດກວ້າງ ຄັ້ງທີ 5, ສະໄໝທີ III ຂອງຄະນະພັກກະຊວງການເງິນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການເຂົ້າຮ່ວມ.

ໃນກອງປະຊຸມທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ເປີດກວ້າງ ຄັ້ງທີ 5, ສະໄໝທີ III ຂອງຄະນະພັກກະ ຊວງການເງິນ, ຊຶ່ງໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ພົ້ນເດັ່ນໃນການຈັດຕັ້ງຜັນຂະຫາຍມະຕິ ກອງປະຊຸມຄົບຄະນະບໍລິ ຫານງານພັກ ຄັ້ງທີ 1, ຄັ້ງທີ 2, ຄັ້ງທີ 3, ຄັ້ງທີ 4 ຜ່ານມາ, ໄປຄຽງຄູ່ກັບບົດຮຽນຖອດຖອນໄດ້, ບັນດາຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ສໍາຄັນ ແລະ ເປັນຍຸດທະສາດໃນການພັດທະນາຂະແໜງການເງິນ.

ກອງປະຊຸມດັ່ງກ່າວ, ຕາງໜ້າພະແນກແຜນການງົບປະມານແຫ່ງລັດ, ພະແນກຄຸ້ມຄອງງົບປະມານສູນກາງ,ພະແນກຄຸ້ມຄອງງົບປະມານທ້ອງຖິ່ນ, ພະແນກກວດກາຫຼັງຈ່າຍ, ຍັງໄດ້ຂຶ້ນລາຍງານໃນການຈັດຕັ້ງປະຕິບັດວຽກໃນເດືອນ 2 ແລະ ແຜນວຽກຈຸດສຸມເດືອນ 3 ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບການເປັນຄູຝຶກ (TOT) ແລະ ການນໍາສະເໜີກ່ຽວກັບການກວດກາຫຼັງຈ່າຍງົບປະມານແຫ່ງລັດ ນໍາອີກດ້ວຍ.