ອິນໂດເນເຊຍໄຟຂຽວ 23 ປະເທດລວມທັງລາວ ຂໍ Visa On Arrival

ນັກທ່ອງທ່ຽວຈາກລາວ ແລະ ອີກ 22 ປະເທດ ສາມາດຂໍວີຊາ ຢູ່ດ່ານກວດຄົນເຂົ້າເມືອງບາງແຫ່ງຂອງອິນໂດເນເຊຍໄດ້ແລ້ວ.

ວັນທີ 8 ມີນາ 2022,​ ສຳນັກຂ່າວຊິນຮົວລາຍງານວ່າ: ສຳນັກງານກວດຄົນເຂົ້າເມືອງອິນໂດເນເຊຍເປີດເຜີຍວ່າ: ລັດຖະບານອິນໂດເນເຊຍໄດ້ເປີດໃຫ້ບໍລິການຂໍວີຊາຢູ່ດ່ານກວດຄົນເຂົ້າເມືອງ (Visa On Arrival) ແບບພິເສດ ສຳລັບນັກເດີນທາງຕ່າງປະເທດຈາກ 23 ປະເທດ ເພື່ອຟື້ນຟູຂະແໜງການທ່ອງທ່ຽວ.

ລາຍງານລະບຸວ່າ: ກຸ່ມປະເທດເບື້ອງຕົ້ນ ໄດ້ແກ່ ອົດສະຕຣາລີ, ອາເມລິກາ, ເນເທີແລນ, ບຣູໄນ, ຟີລິບປິນ, ອັງກິດ, ອິຕາລີ, ຍີ່ປຸ່ນ, ເຢຍລະມັນ, ກຳປູເຈຍ, ການາດາ, ສ.ເກົາຫລີ, ລາວ, ມາເລເຊຍ, ມຽນມາ, ຝຣັ່ງ, ກາຕາ, ນິວຊີແລນ, ສິງກະໂປ, ໄທ, ຕວກກີ, ສະຫະລັດອາຣັບເອມິເຣດ (UAE) ແລະ ຫວຽດນາມ.

“ນັກເດີນທາງຕ່າງປະເທດຂໍວີຊາທ່ອງທ່ຽວແບບພິເສດນີ້ໄດ້ຢູ່ສະໜາມບິນນາໆຊາດງູຣະໄຣ ໃນເກາະບາຫລີເທົ່ານັ້ນ, ແຕ່ສາມາດອອກຈາກອານາເຂດຂອງອິນໂດເນເຊຍ ຜ່ານສຳນັກງານກວດຄົນເຂົ້າເມືອງແຫ່ງອື່ນໆໄດ້” ທ່ານ ອາຢາ ປຣາທະນາ ອັງຄາກາຣາ ໂຄສົກສຳນັກງານກວດຄົນເຂົ້າເມືອງອິນໂດເນເຊຍ ໃຫ້ສຳພາດຕໍ່ສຳນັກຂ່າວຊິນຮົວ.

ເຖິງຢ່າງໃດກໍດີ, ນັກເດີນທາງຕ່າງປະເທດຕ້ອງສະແດງໜັງສືເດີນທາງທີ່ມີອາຍຸຢ່າງໜ້ອຍ 6 ເດືອນ, ບັດໂດຍສານຂາກັບ ຫລື ເດີນທາງຕໍ່ໄປປະເທດອື່ນໆ, ຫລັກຖານການຈອງຫ້ອງພັກໂຮງແຮມໃນອິນໂດເນເຊຍ, ປະກັນສຸຂະພາບ ແລະ ໃບຮັບຮອງຜົນກວດພະຍາດໂຄວິດ-19 ເປັນລົບ ໂດຍພວກເຂົາສາມາດອາໄສຢູ່ໃນອິນໂດເນເຊຍໄດ້ບໍ່ເກີນ 30 ວັນ ແລະ ສາມາດຂະຫຍາຍເວລາຂໍອາໄສຕໍ່ໄດ້ພຽງເທື່ອດຽວ.

ອ້າງອີງ:

https://www.dailynews.co.th/news/835695/