ແຣສຟອດ ກຳລັງພິຈາລະນາອະນາຄົດ ຈະຢູ່ຫຼືຍ້າຍ ຫຼັງໝົດສັນຍາປີ 2023

ມາຄັສ ແຣສຟອດ ດາວເຕະແມນເຊັສເຕີ ຢູໄນເຕັດ ທີມດັງຈາກ ພຣີເມຍລີກ ອັງກິດ ຕົກເປັນຂ່າວກຳລັງເລັ່ງພີຈາລະນາ ອະນາຄົດຂອງເຂົາກັບຕົ້ນສັງກັດ ຫຼັງຈາກທີ່ຜ່ານມາບໍ່ໄດ້ການຮັບປະກັນການລົງຫຼິ້ນໃນ 11 ໂຕຈິງ
ໂດຍສັນຍາຂອງເດັກຫນຸ່ມເຍົາວະຊົນ “ຜີແດງ” ກຳລັງຈະຫມົດໃນປີ 2023 ແລະ ເຂົາຕ້ອງການຄວາມຊັດເຈນກ່ຽວກັບອະນາຄົດຂອງລາວ, ເຊິ່ງຫຼັງຈາກຟື້ນຕົວຈາກການບາດເຈັບບາໄຫລ່ ນັ້ນເຮັດໃຫ້ລາວຂາດການລົງສະໜາມໃນສອງສາມເດືອນທໍາອິດຂອງລະດູການ. ແຕ່ຫຼັງຈາກກັບຄືນມາ ແຣສຟອດ ກໍ່ບໍ່ສາມາດຍຶດຕຳແໜ່ງໃນທີມຊຸດໃຫຍ່ໄດ້, ໂດຍພາຍໃຕ້ຄູຝຶກສອນ ຣາຟ ຣັງນິກ, ດາວເຕະໄວ 24 ປີ ໄດ້ລົງຫຼີ້ນເປັນໂຕຈິງພຽງ 2 ຈາກ 11 ເກມລີກຫຼັງສຸດທ້າຍໃນພຣີເມຍລີກເທົ່ານັ້ນ ລວມທັງເກມທີ່ເສຍໃຫ້ກັບ ແມນ ຊິຕີ້ ໃນສຶກຜ່າເມືອງວັນອາທິດຜ່ານມາເຊັ່ນດຽວກັນ.
ຟາບິສຊິໂອ ໂຣມາໂນ ກ່າວວ່າ ເນື່ອງຈາກຄວາມບໍ່ສະຫມໍ່າສະເຫມີໃນການລົງຫຼິ້ນດາວເຕະ ແມນ ຢູໄນເຕັດ ຫວັງວ່າການປ່ຽນແປງຈະເກີດຂຶ້ນໃນໄວໆນີ້, ແຕ່ຖ້າບໍ່ ລາວອາດຈະພິຈາລະນາສະໂມສອນໃຫມ່. ໂຣມາໂນ ກ່າວໃນ ທວິດເຕິ້ ວ່າ “ມາຄັສ ແຣສຟອດ ກໍາລັງພິຈາລະນາອະນາຄົດຂອງເຂົາ, ເຂົາກັງວົນກ່ຽວກັບຄວາມຕໍ່ເນື່ອງໃນການສຳຜັດເກມ. ແຫຼ່ງຂ່າວໃກ້ຊິດກັບ ແມນ ຢູໄນເຕັດ ບອກວ່າເຂົາເປັນມືອາຊີບສະເຫມີ ແຕ່ລາວຕ້ອງການຄວາມຊັດເຈນ.”
ທັງນີ້ອະນາຄົດຂອງກອງໜ້າທີມຊາດອັງກິດຈະໄປທາງໃດ ໂດຍທີ່ສະໂມສອນມີທາງເລືອກທີ່ຈະຂະຫຍາຍສັນຍາອອກໄປອີກປີໜຶ່ງຈົນຮອດປີ 2024. ເຊິ່ງສິ່ງທີ່ອາດເປັນຜົນປະໂຫຍດສໍາລັບ ແຣສຟອດ ແມ່ນການທີ່ ຣັງນິກ ຂຶ້ນໄປຮັບຕຳແໜ່ງທີ່ປຶກສາຫຼັງຈົບລະດູການນີ້, ເຊິ່ງເຈົ້າໂຕອາດຈະຕັດສິນໃຈໃໝ່ອີກເທື່ອໜຶ່ງ ຫຼັງຈາກການມາເຖິງຂອງຜູ້ຈັດການຄົນໃຫມ່.

