6 ເປົ້າໝາຍ ຢາເສບຕິດ ຖືກຈັບພ້ອມຂອງກາງ ລວມ 1.129 ເມັດ

ແຫລ່ງຂ່າວ ຄວາມສະຫງົບ ລາຍງານວ່າ:ວັນທີ 1 ມີນາ 2022 ເວລາປະມານ 14:00 ໂມງ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ສາມາດມ້າງເປົ້າໝາຍຢາເສບຕິດຢູ່ບ້ານຄວາຍແດງ ໂດຍຈັບເປົ້າໝາຍ ໄດ້ 4 ຄົນ ໄດ້ແກ່ ທ້າວ ສີລັງ ອາຍຸ 28 ປີ ຢູ່ບ້ານຄວາຍແດງ ມີຢາບ້າ 36 ເມັດ, ທ້າວ ສຸບັນ ອາຍຸ 26 ປີ ບ້ານຄວາຍແດງ ພ້ອມຂອງກາງ ຢາບ້າ 13 ເມັດ, ທ້າວ ເກສັນ ອາຍຸ 25 ປີ ແລະ ທ້າວ ຍ່ອມເບ ອາຍຸ 26 ປີ ທັງ 3 ຢູ່ບ້ານຖິ່ນແທ່ນ.

ຜ່ານການສອບສວນ, ພວກກ່ຽວ ສາລະພາບວ່າ: ຢາບ້າທີ່ນໍາມາຂາຍ ແລະ ເສບ ໄດ້ຊື້ນຳທ້າວ ເພັດສະໝອນ ຫຼື ເຕ້ຍ ຢູ່ບ້ານຖິ່ນແທ່ນ. ຈາກການຊັດທອດດັ່ງກ່າວ ໃນເວລາປະມານ 15:00 ໂມງຂອງວັນດຽວກັນ ກໍສາມາດຕິດຕາມຈັບທ້າວ ເພັດສະໝອນ ອາຍຸ 34 ພ້ອມຢາບ້າ 10 ເມັດ, ເວລາປະມານ 16: 00 ໂມງກໍສາມາດຕິດຕາມຈັບ ຜູ້ຖືກຊັກທອດໄດ້ອີກ 1 ຄົນ ຄືທ້າວ ຄຳພຸ້ນ ຫຼື ແລງ ອາຍຸ 36 ປີ ພ້ອມຂອງກາງຢາບ້າ 1.070 ເມັດ. ປັດຈຸບັນ ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນການສອບສວນຂະຫຍາຍຜົນ ເພື່ອສືບຕໍ່ດຳເນີນຄະດີຕາມກົດໝາຍ.