3 ນັກວິເຄາະຍ້ອງ ເດິ ບຣອຍ ເຫມືອນຕຳນານແມນຢູ-ລີເວີພູລ ໃນຮ່າງດຽວ

ຄວັນຫລົງບານເຕະ ພຣີເມຍລີກ ອັງກິດ ເຊິ່ງ ແມນເຊສເຕີ ຊິຕີ ເປີດບ້ານຖະຫລົ່ມ ແມນເຊສເຕີ ຢູໄນເຕັດ ຂາດລາຍ 4-1 ເຮັດໃຫ້ ‘‘ເຮືອໃບສີຟ້າ’’ ເກັບເພີ່ມເປັນ 69 ຄະແນນ ຈາກ 28 ນັດ ຄອງຜູ້ນຳຕາຕະລາງ ແລະ ຫນີຫ່າງ ລີເວີພູລ ທີມອັນດັບ 2 ເພີ່ມເປັນ 6 ຄະແນນ ແຕ່ຍັງແຂ່ງຫລາຍກວ່າ 1 ເກມ ສ່ວນ ແມນເຊສເຕີ ຢູໄນເຕັດ ມີ 47 ຄະແນນຄືເກ່ົາ ຕົກເປັນຢູ່ອັນດັບ 5.

ຫລັງຈົບເກມ ເຄວິນ ເດິ ບຣອຍ ທີ່ໂຊຜົນງານສຸດຍອດ ພ້ອມກັບຍິງ 2 ປະຕູ 1 ແອສຊິສ ໃຫ້ ແມນເຊສເຕີ ຊິຕີ ກໍໄດ້ຮັບເລືອກໃຫ້ເປັນ ຄົນທີ່ເດ່ັນທີ່ສຸດໃນເກມ ຈາກສະກາຍ ສະປອດ ລວມເຖິງສື່ອີກຫລາຍສຳນັກ ເຊິ່ງບັນດາອະດີດນັກເຕະຊື່ດັງທີ່ຜັນຕົວມາປັນນັກວິເຄາະເກມບານເຕະຕ່າງກໍອອກມາຍ້ອງຍໍຈອມທັບທີມຊາດເບລຢ້ຽມເປັນສຽງດຽວກັນ.

ສ່ວນ ເຈມີ ເຣດແນບ ອະດີດກອງກາງລີເວີພູລ ອອກມາຍ້ອງຍໍດາວເຕະອາຍຸ 30 ປີວ່າ ຄືສ່ວນປະສົມລະຫວ່າງ 2 ຕຳນານຜູ້ຫລິ້ນແມນຢູ ແລະ ລີເວີພູລ ດັ່ງນີ້: ‘‘ ເມື່ອເວົ້າເຖິງນັກເຕະຊັ້ນຍອດ ລາວສາມາດເຮັດໄດ້ຫລາຍຢ່າງກັບບານ ທັງວິທີທີ່ລາວເຄື່ອນໄຫວ ແລະ ການຍິງປະຕູ ລາວເປັນນັກເຕະທີ່ສົມບູນແບບ ລາວຍິງໄດ້ແຮງຄືກັບ ພອລ ສະໂຄລ ແຕ່ກໍໄວຄືກັບ ສະຕີເວັນ ເຈີຣາດ ຂ້ອຍຮູ້ສຶກມ່ວນ ເມື່ອໄດ້ເບິ່ງລາວຫລິ້ນ ລາວຄືປາກົດການ ແລະ ລາວກໍແຕກຕ່າງຈາກນັກເຕະໂດຍທ່ົວໄປ ’’.

ຂະນະທີ່ ຣອຍ ຄີນ ຕຳນານກອງກາງຂອງ ແມນເຊສເຕີ ຢູໄນເຕັດ ກໍເວົ້າເຖິງ ເດິ ບຣອຍວ່າ : ‘‘ ເຈົ້າຈະຮູ້ສຶກກຸ້ມຄ່າກັບການຈ່າຍເງິນເພື່ອເບິ່ງ ເຄວິນ ເດິ ບຣອຍ ລາວຄືນັກເຕະມືອາຊີບທີ່ດີແທ້ໆ ທັງໃນເລື່ອງຂອງທັດສະນະຄະຕິ, ການກະທຳ, ການຈ່າຍບານ, ລາວເປັນນັກເຕະທີ່ສຸດຍອດ ເມື່ອເບິ່ງສະຖິຕິຂອງລາວແລ້ວຖືວ່າສຸດຍອດ ລາວຄືກອງກາງທີ່ດີທີ່ສຸດຂອງ ພຣີເມຍລີກ ໃນບັ້ນປາຍອາຊີບຂອງລາວ ’’.

ສ່ວນ ໄມກາ ຣິຊາດ ອະດີດກອງຫລັງແມນ ຊິຕີ ກໍຊື່ນຊົມດາວເຕະຮຸ່ນນ້ອງຮ່ວມສະໂມສອນວ່າ: ‘‘ ເຂົາສ້າງມາດຕະຖານທີ່ສູງເອົາໄວຢູ່ນີ້ ເມື່ອງລາວຫລິ້ນໄດ້ແບບນັ້ນ ລາວຈະເປັນນັກເຕະທີ່ສຸດຍອດຫລາຍ ເດິ ບຣອຍ ພວມກັບມາຢູ່ໃນຜົນງານທີ່ດີທີ່ສຸດແລ້ວ ’’.

 

ແຟນບານເມັກຊີໂກ ກໍ່ເຫດຕີກັນ ເຮັດໃຫ້ມີຄົນບາດເຈັບ ແລະ ເສຍຊີວິດຈຳນວນຫລາຍ

ການແຂ່ງຂັນບານເຕະໃນເມັກຊິໂກ ຕ້ອງຍົກເລີກ ຫລັງຫລິ້ນໄປໄດ້ພຽງ 62 ນາທີ ຈາກການກໍ່ເຫດຕີກັນຂອງແຟນບານທັງສອງຝ່າຍໄປທົ່ວສະຫນາມ ມີຜູ້ບາດເຈັບ ແລະ ຕາຍຈຳນວນຫລາຍຈາກເຫດການນີ້.

ເກີດເຫດການວຸ້ນວາຍໃນເກມ ດາບີແມັດ ຂອງປະເທດເມັກຊີໂກ ການແຂ່ງຂັນລະຫວ່ງາ ເກເຣຕາໂຣ ພົບກັບ ອັດລາສ ເມື່ອວັນເສົາທີ່ຜ່ານມາ ຕ້ອງຖືກຍົກເລີກການແຂ່ງຂັນທັນທີ ຫລັງລົງຫລິ້ນໄດ້ພຽງ 62 ນາທີເທົ່ານັ້ນ.

ສາເຫດທີ່ເຮັດໃຫ້ຕ້ອງຍົກເລີກເກມການແຂ່ງຂັນເນື່ອງຈາກແຟນບານຂອງທັງສອງທີມມີການກໍ່ເຫດຖຽງກັນ ແລະ ເລີ່ມລຸກລາມໄປເຖິງການຂວ້າງສິ່ງຂອງ ແລະ ໃຊ້ອາວຸດໃສ່ກັນ ແລະ ສົ່ງຜົນໃຫ້ແຟນບານ ແລະ ນັກເຕະຂອງທີມຢາມຕ້ອງແລ່ນຫນີຕາຍເອົາຊີວິດລອດ ເຊິ່ງມີຂໍ້ມູນເປີດເຜີຍວ່າມີທັງຂວ້າງຕັ່ງໃສ່ກັນ ແລະ ເຖິງຂັ້ນໃຊ້ມີດໄລ່ແທງກັນນຳອີກ.

ເຊິ່ງລາຍງານເປີດເຜີຍວ່າ ມີຜູ້ບາດເຈັບຈາກເຫດການນີ້ເປັນຈຳນວນຫລາຍເຖິງ 22 ຄົນ ແລະ ຍັງມີຜູ້ເສຍຊີວິດທີ່ສາມາດຢືນຢັນໄດ້ 2 ສົບນຳກັນ ແລະ ມີຂ່າວລາຍງານວ່າຈຳນວນຜູ້ເສຍຊີວິດອາດສູງເຖິງ 17 ຄົນ.