ກອງຫລັງເຊລຊີ ກວດຮ່າງກາຍກັບ ບາເຊໂລນາ ແລ້ວ, ກຽມເຊັນສັນຍາອາທິດຫນ້າແບບບໍ່ມີຄ່າໂຕ

ເຊລຊີ ຄົງຕ້ອງເສຍກອງຫລັງຄົນເກ່ັງໄປໃຫ້ກັບ ບາເຊໂລນາ ແບບບໍ່ມີຄ່າໂຕ ຫລັງຫມົດສັນຍາໃນລະດູການນີ້ ຫລັງນັກຂ່າວຄົນດັງໃນວົງການບານເຕະສະເປນ ຢືນຢັນກວດຮ່າງກາຍໄປແລ້ວ ແລະ ຫນ້າຈະລຸລ່ວງສັນຍາໃນອາທິດຫນ້າ.

ອັນດຣຽສ ຄຣິສເຕນເຊັນ ກອງຫລັງທີມຊາດເດນມາກ ຂອງເຊລຊີ ກຽມທີ່ຈະອຳລາຖິ່ນສະແຕມຟອດ ບຣິດ ຍ້າຍໄປຢູ່ກັບບາເຊໂລນາ ສະໂມສອນໃຫຍ່ແຫ່ງ ລາ ລີກາ ສະເປນ ຫລັງຫມົດສັນຍາກັບເຊລຊີໃນລະດູການນີ້ ຕາມລາຍງານເມື່ອວັນເສົາທີ 5 ມີນາທີ່ຜ່ານມາ.

ເຄຣາດ ໂມເຣໂນ ນັກຂ່າວຄົນດັງບານເຕະຂອງສະເປນເປີດເຜີຍວ່າ : ບາເຊໂລນາ ເຈລະຈາກັບ ຕົວແທນຂອງ ຄຣິສເຕັນເຊັນ ມາໄລຍະຫນຶ່ງແລ້ວ ແລະ ເຊື່ອວ່າ ທຸກຢ່າງລົງເອີຍກັນແລ້ວ ແລະ ນັກເຕະກອງຫລັງຄົນເກ່ັງອາຍຸ 25 ປີ ໄດ້ຜ່ານການກວດຮ່າງກາຍກັບບາເຊໂລນາຮຽບຮ້ອຍແລ້ວຕັ້ງແຕ່ວັນຈັນທີ່ຜ່ານມາ.

ສຳລັບ ຄຣິສເຕັນເຊັນ ຢູ່ກັບເຊລຊີ ຕັ້ງແຕ່ລະດັບເຍົາວະຊົນ ກ່ອນກ້າວຂຶ້ນສູ່ທີມຊຸດໃຫຍ່ເຊລຊີ ເມື່ອປີ 2013 ແລະ ຈົນເຖິງຕອນນີ້ລົງຫລິ້ນໄປແລ້ວທັງຫມົດ 148 ນັດ ຍິງໄດ້ 2 ປະຕູ ແລະຜ່ານມາຍັງຖືກ ໂບຣຸສເຊຍ ດອດມຸນ ຢືມໂຕໄປໃຊ້ງານ 2 ລະດູການໃນລະດູການ 2015-2016 ແລະ 2016-2017.