ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃຫ້ກຳລັງໃຈທີມບານເຕະຊຸດຊີເກມ

ເພື່ອເປັນການໃຫ້ຂວັນ ແລະ ກຳລັງໃຈແກ່ຄະນະຮັບຜິດຊອບ ແລະ ນັກກີລາບານເຕະທີມຊາດລາວຊຸດຊີເກມ. ໃນແລງວັນທີ 4 ສິງຫານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໄປຢ້ຽມຢາມ ແລະ ພົບປະຄະນະນັກກີລາບານເຕະລາວທີ່ຈະເຂົ້າຮ່ວມແຂ່ງຂັນໃນຊີເກມ ທີ່ສະຫະພັນບານເຕະແຫ່ງຊາດລາວ (ຫ້ວຍຫົງ), ນະຄອນຫລວງວຽງຈັນຈຳນວນ 20 ຄົນ ທີ່ໄດ້ ເກັບຕົວຝຶກຊ້ອມມາຕັ້ງແຕ່ເດືອນພຶດສະພາຜ່ານມາ, ໂດຍການຄຸມທີມຂອງຄູຝຶກຈາກປະເທດສິງກະໂປ. ໃນໄລຍະຜ່ານມາຄະນະທີມງານດັ່ງກ່າວໄດ້ລົງແຂ່ງຂັນໄປແລ້ວ 1 ລາຍການຄື: ບານເຕະຊີງແຊັມອາຊີລຸ້ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກໃນລະຫວ່າງວັນທີ 19-23 ກໍລະກົດນີ້ທີ່ ສປປ ເກົາຫລີຜົນປາກົດວ່າ: ຊະນະ 1 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ. ປະຈຸບັນ, ໄດ້ສືບຕໍ່ເກັບຕົວຝຶກຊ້ອມຢ່າງເປັນປົກກະຕິ ແລະ ໄດ້ລົງແຂ່ງຂັນມິດຕະພາບທັງພາຍໃນ ແລະ ຕ່າງປະເທດໄປແລ້ວຫລາຍຄັ້ງ ເພື່ອຖອດຖອນບົດຮຽນເພື່ອສົ່ງເສີມຈຸດດີແກ້ໄຂຈຸດອ່ອນຢ່າງໜ້າເພິ່ງພໍໃຈ ແລະ ຍັງຈະສືບຕໍ່ແຂ່ງຂັນມິດຕະພາບຕື່ມອີກທີ່ຣາຊະອານາຈັກໄທໃນລະຫວ່າງວັນທີ 7-12 ສິງຫານີ້ກ່ອນເດີນທາງຕໍ່ໄປປະເທດມາເລເຊຍ ເພື່ອເຂົ້າຮ່ວມມະຫາກຳກີລາຊີເກມຄັ້ງທີ 29 ທີ່ເມືອງຫລວງກົວລາລຳເປີ, ຊຶ່ງຈະພົບກັບມຽນມາໃນວັນທີ 16 ສິງຫາ, ສິງກະໂປ 18 ສິງຫາ, ບຣູໄນ 21 ສິງຫາ ແລະ ພົບເຈົ້າພາບມາເລເຊຍໃນວັນທີ 23 ສິງຫາ 2017.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ນັກກີລາພວກເຮົາຍາດມາໄດ້ໃນໄລຍະຜ່ານມາ ແລະ ດ້ວຍຄວາມພະຍາຍາມໃນການລະດົມທຶນຮອນເພື່ອປັບປຸງພື້ນຖານໂຄງລ່າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດຂອງນັກກີລາລາວໄປສູ່ຄຸນນະພາບໃໝ່. ພ້ອມນັ້ນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຄະນະນັກກີລາເອົາໃຈໃສ່ຕໍ່ລະບຽບວິໄນ ເພື່ອຮັກສາສຸຂະພາບໃຫ້ສົມບູນມີຄວາມພ້ອມຕໍ່ການລົງແຂ່ງຂັນ, ມີສະຕິຕໍ່ການປະຕິບັດລະບຽບຂອງສາກົນ, ມີຄວາມສາມັກຄີແຂ່ງຂັນຢ່າງເປັນລະບົບ ແລະ ເປັນທີມ, ພະຍາຍາມຄຸມສະຕິອາລົມ ແລະ ຕ້ອງມີນ້ຳໃຈນັກກີລາ, ເພື່ອກຽດສັກສີຂອງ ສປປ ລາວ ແລະ ພ້ອມກັນນຳເອົາໄຊຊະນະ ແລະ ຊື່ສຽງ ມາສູ່ປະຊາຊົນ ແລະ ປະເທດຊາດໃຫ້ໄດ້.

