ປກສ ເມືອງສີໂຄດຕະບອງ ຈັບກຸ່ມລັກລົດຈັກ 12 ຄົນ ເຄີຍລັກມາແລ້ວ 26 ຄັ້ງ

ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ໃນວັນທີ 22 ກຸມພາ 2022 ປກສ ກຸ່ມໜອງໜ້ຽວ ໄດ້ສົ່ງມອບຕົວຜູ້ຖືກຫາ 2 ຄົນ ຊື່ທ້າວ ມານັດ ແລະ ທ້າວ ອຸດສາ ທັງສອງຢູ່ບ້ານໜອງແຕ່ງໃຕ້ ພ້ອມຂອງກາງ ລົດຈັກ 2 ຄັນ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ, ໃນວັນດຽວກັນ ເຈົ້າໜ້າທີ່ໄດ້ສອບສວນຂະຫຍາຍຜົນມີຂໍ້ມູນຫລັກຖານໃໝ່ນໍາຈັບຜູ້ຮ່ວມຂະບວນການ 12 ຄົນ, ຍິງ 3 ຄົນ ພ້ອມເກັບກູ້ລົດຈັກໄດ້ 3 ຄັນ, ກະແຈໂຕເຕ້ 1 ອັນ ແລະ ຢາບ້າ 105 ເມັດ.

ຜ່ານການສອບສວນ ຮູ້ວ່າ: ຜູ້ຖືກຫາ 12 ຄົນ ມີການພົວພັນຮ່ວມກັນລັກຊັບພົນລະເມືອງແທ້ ປະເພດລົດຈັກ ເຊິ່ງເຮັດເປັນຂະບວນ ມີຫົວໂປ່ໂຕການ, ມີຜູ້ປະຕິບັດ, ມີຜູ້ຍຸຍົງ ແລະ ຜູ້ສົມຮູ້ຮ່ວມຄິດເຄື່ອນໄຫວຫາລັກ ທົ່ວນະຄອນຫລວງວຽງຈັນ ໂດຍນໍາໃຊ້ອຸປະກອນກະແຈໂຕເຕ, ເປົ້າໝາຍໃນການລັກແມ່ນລົດຈັກເວບ 100.

ຜ່ານມາໄດ້ເຄື່ອນໄຫວລັກລົດຈັກມາແລ້ວ 26 ຄັ້ງ, ໄດ້ 26 ຄັນ ພາຍຫຼັງໄດ້ລົດມາໄດ້ເອົາໄປຂາຍ ແລະ ຈໍາໜ່າຍທົ່ວໄປ. ສ່ວນຢາບ້າຈໍານວ 105 ເມັດ ໃນເວລາຈັບກຸມໄດ້ກວດຄົ້ນຕົວພົບເຫັນຢາບ້ານໍາ ທ້າວ ລັດສະໝີ 36 ເມັດ, ທ້າວ ໄມຄໍາ 38 ເມັດ, ທ້າວ ອໍາມະຕະ 1 ເມັດ ແລະ ທ້າວ ຈິດຕະວັນ 30 ເມັດ.

ປັດຈຸບັນ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມເລັ່ງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາພັກພວກກຸ່ມ ຮ່ວມຂະບວນການ ທີ່ເຄື່ອນໄຫວລັກຊັບພົນລະເມືອງ ມາດໍາເນີນຄະດີຕາມກົດໝາຍ ພ້ອມທັງນໍາເກັບກູ້ລົດທີ່ຖືກລັກໄປມາມອບຄືນຜູ້ເປັນເຈົ້າຂອງ.