ຊາລາ ຍອມຮັບແປກໃຈ, ຄະແນນສຽງບັລລົງດໍຜ່ານມາໄດ້ພຽງອັນດັບ 7

ໂມຮາເຫມັດ ຊາລາ ກອງຫນ້າຊື່ດັງຂອງສະໂມສອນ ລີເວີພູລ ເປີດເຜີຍຄວາມຮູ້ສຶກແປກໃຈທີ່ຕົນເອງໄດ້ຮັບຄະແນນສຽງລາງວັນບັນລົງດໍ 2021 ພຽງອັນດັບ 7 ພ້ອມເຊື່ອວ່າບໍ່ມີໃຜໃນໂລກຄາດວ່າລາວຈະຢູ່ໃນອັນດັບດັ່ງກ່າວ.
ສຳລັບ ຊາລາ ສ້າງຜົນງານໄດ້ຫນ້າພໍໃຈ ນັບຕັ້ງແຕ່ລະດູການຜ່ານມາ ເຊິ່ງລາວຍິງໄປ 31 ປະຕູຈາກການລົງສະຫນາມ 51 ນັດທຸກລາຍການ ເຮັດໃຫ້ຫລາຍຄົນເບິ່ງວ່າ ຊາລາ ຄືຫນຶ່ງໃນອັນດັບທຳອິດທີ່ຈະຄວ້າລາງວັນບັນລົງດໍ 2021 ໄປຄອງ.
ແນວໃດກໍຕາມສຸດທ້າຍແລ້ວດາວເຕະອາຍຸ 29 ປີ ພັດໄດ້ຮັບຄະແນນພຽງອັນດັບ 7 ໂດຍຄົນທີ່ຄວ້າລາງວັນໄປຄອງ ຄື ລີໂອເນລ ເມສຊີ ນັກເຕະຊຸບເປີສະຕາ ປາຣີສ ແຊັງ ແຊັກແມັງ.
ຈົນຫລ້າສຸດ ຊາລາ ໄດ້ອອກມາເປີດໃຈເຖິງປະເດັນດັ່ງກ່າວຜ່ານ ດີເອັມຊີ ຊາແນລ ສື່ໃນອີຢິບວ່າ : ມັນເຮັດໃຫ້ຂ້ອຍຕົກໃຈ ແຕ່ບໍ່ມີຫຍັງທີ່ເວົ້າໄດ້ ບໍ່ມີໃຜໃນໂລກຄາດຫວັງວ່າຂ້ອຍຈະຢູ່ໃນອັນດັບ 7 ແຕ່ນັ້ນຄືສິ່ງທີ່ເກີດຂຶ້ນ.
“ ຂ້ອຍບໍ່ຮູ້ສຶກເຖິງທິດສະດີສົມຄົບຄິດ ແຕ່ອາດມີທາງເລືອກທີ່ບໍ່ຖືກຕ້ອງ ແລະ ມີຫລາຍປະເທດອາດບໍ່ເຂົ້າໃຈກ່ຽວກັບບານເຕະຫລາຍປານໃດ ແລະຫ່າງໄກຈາກມັນ ຂ້ອຍບໍ່ຮູ້ວ່າພວກເຂົາເລືອກຈາກຫຍັງ ແຕ່ຂ້ອຍບໍ່ເຊື່ອໃນທິດສະດີສົມຄົບຄິດ ”.

