ພຣີເມຍລີກ ຖະແຫລງຈຸດຢືນຕໍ່ຕ້ານຣັສເຊຍ ຫລັງເປີດສາກໂຈມຕີຢູເຄຣນ

ພຣີເມຍລີກອັງກິດ ກຽມອອກມາຖະແຫລງການສະແດງຈຸດຢືນຕໍ່ຕ້ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັສເຊຍ ເຊິ່ງສັ່ງກອງກຳລັງທະຫານໂຈມຕີໃສ່ປະເທດຢູເຄຣນ ຈົນມີຜູ້ເສຍຊີວິດຈຳນວນຫລາຍ ລວມເຖິງຄົນໃນວົງການກິລາ ເຊ່ັນ : ວິທັລລີ ຊາປີໂລ, ດີມີໂຕຣ ມາຕີເນນໂກ, ເຢບເກນີ ມາລີຊຸກ ແລະ ຫລ້າສຸດ ຜູ້ຈັດການທີມເຍົາວະຊົນຂອງ ຊັກຕາ ໂດເນັດ.

ພຣີເມຍລີກ ຖະແຫລງການໂດຍມີໃຈຄວາມວ່າ : ພຣີເມຍລີກ ແລະ ທຸກສະໂມສອນຕໍ່ຕ້ານການກະທຳຂອງຣັສເຊຍໃນຄັ້ງນີ້ຢ່າງເຕັມທີ່ ແລະ ພ້ອມທີ່ຈະສະແດງການສະຫນັບສະຫນູນໄປຍັງປະຊາຊົນຊາວຢູເຄຣນໃນທຸກເກມການແຂ່ງຂັນອາທິດນີ້ ເຮົາຂໍຮຽກຮ້ອງສັນຕິພາບ ແລະ ຂໍສົ່ງກຳລັງໃຈໃຫ້ກັບທຸກຄົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ເຊິ່ງນອກຈາກນີ້ ຫົວຫນ້າທີມຂອງທຸກສະໂມສອນຈະສວມປອກແຂນສີຟ້າ-ເຫລືອງ ເຊິ່ງເປັນສີທີ່ສື່ເຖິງທຸງຊາດຂອງຢູເຄຣນນັ້ນເອງ.

ການເກີດເຫດການດ່ັງກ່າວເຮັດໃຫ້ຫລາຍຊາດຕ່າງຄວຳ້ບາດ ແລະ ກົດດັນຢ່າງຫນັກນັ້ນ ເຮັດໃຫ້ມະຫາເສດຖີຊາວຣັສເຊຍຫລາຍຄົນໄດ້ຮັບຜົນກະທົບໃນດ້ານໄປນຳ ເຊ່ັນ : ໂຣມັນ ອະບຣາໂມວິດ ທີ່ຕ້ອງຂາຍສະໂມສອນອັນເປັນທີ່ຮັກຄື ເຊລຊີ ທີ່ລາວຊື້ກິດຈະກຳມາຕັ້ງແຕ່ປີ 2003 ເຊິ່ງຄາດວ່າຈະຂາຍທີມໄດ້ໃນໄວໆນີ້.

ນອກຈາກນີ້ ຍັງສົ່ງຜົນກະທົບມາເຖິງນັກເຕະຄື ອັງເດຣ ຢາໂມເລນໂກ ກອງຫນ້າຊາວຢູເຄຣນ ສະໂມສອນຂອງ ເວສແຮມ ຢູໄນເຕັດ ຕ້ອງຂໍແຍກຕົວອອກມາຈາກທີມຊ່ົວຄາວໃນການເດີນທາງໄປຍັງໂປແລນເພື່ອຮັບລູກ ແລະ ເມຍ ຂອງລາວທີ່ອົບພະຍົບຫນີອອກຈາກສົງຄາມຣັສເຊຍ-ຢູເຄຣນ ຫລັງກ່ອນຫນ້ານີ້ລາວຕ້ອງຕິດຕໍ່ລູກ ແລະ ເມຍເກືອບຕະຫລອດ 24 ຊົ່ວໂມງເນື່ອງຈາກກັງວົນເລື່ອງຄວາມປອດໄພ.