ອີຣານ ກຽມເພີ່ມການຜະລິດ-ສົ່ງອອກນ້ຳມັນ ສູ່ລະດັບກ່ອນອາເມລິກາຂວ້ຳບາດ

ວັນທີ 4 ມີນາ 2022,​ ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຈາວາດ ອາວຈີ ລັດຖະມົນຕີກະຊວງນ້ຳມັນຂອງອີຣານ ຖະແຫລງໃນພິທີເປີດໂຄງການນ້ຳມັນຫລາຍໂຄງການໃນເມືອງທ່າມາຊາ ແຂວງຄູເຊສຖານ ທາງຕາເວັນຕົກສຽງໃຕ້ຂອງປະເທດ ໂດຍລະບຸວ່າ: ອີຣານ “ມີຄວາມພ້ອມຢ່າງເຕັມຮູບແບບ” ໃນການຟື້ນການຜະລິດ ແລະ ການສົ່ງອອກນ້ຳມັນສູ່ລະດັບກ່ອນຖືກອາເມລິກາຂວ້ຳບາດເມື່ອປີ 2018.

ທ່ານ ອາວຈີ ລະບຸວ່າ: ອີຣານພ້ອມເພີ່ມການຜະລິດ ແລະ ການສົ່ງອອກນ້ຳມັນສູ່ລະດັບກ່ອນເດືອນພະຈິກ 2018 ໂດຍກ່າວວ່າ: ການເຈລະຈາລະຫວ່າງອີຣານ ແລະ ກຸ່ມປະເທດມະຫາອຳນາດຂອງໂລກໃນນະຄອນຫລວງວຽນນາ ປະເທດໂອຕຣິດ ອາດສົ່ງຜົນໃຫ້ອາເມລິກາຍົກເລີກການຂວ້ຳບາດຂະແໜງພະລັງງານຂອງອີຣານໄດ້.

ສຳນັກຂ່າວໄອອາຣ໌ເອັມເອ (IRNA) ຂອງທາງການອີຣານລາຍງານໂດຍອ້າງອີງຄຳກ່າວຂອງທ່ານ ອາວຈີ ວ່າ: ອີຣານຈະສາມາດຮັກສາສະຖຽນລະພາບຂອງສ່ວນແບ່ງການສົ່ງອອກນ້ຳມັນໃນຕະຫລາດໂລກໄດ້ໃນທາງເຕັກນິກ ແລະ ທາງປະຕິບັດ ຫລັງຈາກມີການຍົກເລີກການຂວ້ຳບາດ.