ຮອງປະທານປະເທດ ເນັ້ນໃຫ້ສານປະຊາຊົນເອົາໃຈໃສ່ຕື່ມ 7 ວຽກສຳຄັນ

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຮຽກຮ້ອງພະນັກງານຫຼັກແຫຼ່ງສານປະຊາຊົນໃນໂອ ກາດເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ຂອງສານປະຊາຊົນໃນວັນທີ 2 ມີນາ ນີ້ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມ 7 ວຽກສຳຄັນ.
1. ເອົາໃຈໃສ່ສຶກສາອົບຮົມພະນັກງານຂອງສານມີແນວຄິດ, ຈິນຕະນາການທີ່ຖືກຕ້ອງ, ມີຈິດໃຈຮັບໃຊ້ປະຊາຊົນ ແລະ ຮັກສາຈັນຍາບັນຈັນຍາທໍາໃນການປະຕິບັດໜ້າທີ່.
2. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທຳ ກໍຄືມະຕິ 112/ກມສພ ລົງວັນທີ 2 ມິຖຸນາ 2021 ວ່າດ້ວຍການຍົກສູງປະສິດ ທິພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີີ IX ກໍຄືແຜນພັດທະນາລະບົບສານປະຊາຊົນໃຫ້ປະກົດຜົນເປັນຈິງ.
3. ສຸມໃສ່ສ້າງພະນັກງານຂອງສານໃຫ້ມີຄວາມຮູ້, ຄວາມສາມາດ, ມີຄວາມເປັນຊ່ຽວຊານ ແລະ ເປັນມືອາຊີບສະເພາະ, ຫັນພະນັກງານລົງຮາກຖານ, ຄົ້ນຄວ້າສັບຊ້ອນ, ຈັດວາງພະນັກງານໃຫ້ຖືກຕ້ອງ ແລະ ເໝາະສົມກັບພາລະບົດບາດ, ໜ້າທີ່, ຄວາມຮູ້ຄວາມສາມາດ ແລະ ຕໍາແໜ່ງງານທີ່ກໍານົດໄວ້.
4. ເອົາໃຈໃສ່ຄຸ້ມຄອງນຳໃຊ້ຊັບສົມບັດຂອງລັດໃຫ້ມີປະສິດທິພາບ, ເກີດຜົນປະໂຫຍດສູງສຸດໃຫ້ແກ່ປະ ເທດຊາດ ແລະ ປະຊາຊົນ, ຄຸ້ມຄອງລາຍຈ່າຍງົບປະມານໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍງົບປະມານ, ຮັບປະກັນການເບີກຈ່າຍ, ການສະຫຼຸບໃຫ້ໂປ່ງໃສ.
5. ເອົາໃຈໃສ່ປັບປຸງແບບແຜນ, ກົນໄກການດຳເນີນຄະດີໃຫ້ໂປ່ງໃສທຸກຂັ້ນຕອນ, ສາມາດກວດສອບໄດ້ທຸກຂັ້ນຕອນການດໍາເນີນຄະດີ, ປະຕິບັດຕາມກົດໝາຍກຳນົດຢ່າງເຄັ່ງຄັດຫຼີກເວັ້ນທີ່ສຸດບໍ່ມີກົດໝາຍ, ບໍ່ມີນິຕິກຳ ກໍພາກັນເຮັດ, ສວຍໃຊ້ຊ່ອງຫວ່າງກົດໝາຍຖ່ວງດຶງການດຳເນີນຄະດີປະຕິບັດພາໃຫ້ເກີດການຊັກຊ້າ.
6. ເອົາໃຈໃສ່ຄົ້ນຄວ້າສ້າງກົນໄກການໂຄສະນາເຜີຍແຜ່ກົດໝາຍໃຫ້ການຈັດຕັ້ງ, ປະຊາຊົນຢ່າງກວ້າງ ຂວາງ ແລະ ທົ່ວເຖິງ ເພື່ອໃຫ້ຮັບຮູ້ ເຂົ້າໃຈ ແລະ ຍົກສະຕິກົດໝາຍຢູ່ສັງຄົມໃຫ້ສູງຂຶ້ນ.
7. ເອົາໃຈໃສ່ປະສານສົມທົບກັບຄະນະພັກ, ອົງການປົກຄອງຂັ້ນຂອງຕົນ ເພື່ອຍາດແຍ່ງຄຳຄິດຄຳເຫັນຂໍທິດຊີ້ນຳ ແລະ ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານໂດຍສະເພາະການເກັບກຳຂໍ້ມູນຫຼັກຖານ, ຊີ້ແຈງ ແລະ ສະໜອງຂໍ້ມູນຫຼັກຖານໃຫ້ແກ່ສານ ເພື່ອເຮັດໃຫ້ຄະດີແຈ້ງຂາວ.

