ສື່ເຜີຍອັງກິດພ້ອມຈ່າຍຄ່າ ລາອອກຈາກ EU 40.000 ລ້ານເອີໂຣ

ໜັງສືພິມຊັນເດເທເລກຣາບຂອງອັງກິດລາຍງານອ້າງແຫລ່ງຂ່າວລັດຖະບານວ່າ: ອັງກິດພ້ອມຈ່າຍເງິນເຖິງ 40.000 ລ້ານເອີໂຣ ຕາມຂໍ້ຕົກລົງເພື່ອອອກຈາກການເປັນສະມາຊິກສະຫະພາບເອີຣົບ.
ສື່ອັງກິດລາຍງານໃນວັນທີ 6 ສິງຫາອ້າງແຫລ່ງຂ່າວລະດັບສູງໃນລັດຖະບານທີ່ບໍ່ເປີດເຜີຍຊື່ສາມທ່ານວ່າ: ສະຫະພາບເອີຣົບ (EU) ຕັ້ງເປົ້າໝາຍໄວ້ວ່າ: ຄ່າລາອອກຈາກ EU ຈະມີປະມານ 60.000 ລ້ານເອີໂຣ, ແຕ່ອາດຫລຸດລົງມາຢູ່ 50.000 ລ້ານເອີໂຣ. ສ່ວນຕົວເລກຂອງສະຫະລາຊະອານາຈັກມີ 30.000 ລ້ານເອີໂຣ. ດັ່ງນັ້ນ ທ່າອ່ຽງທີ່ຈະຕົກລົງກັນໄດ້ອາດຈະຢູ່ 40.000 ລ້ານເອີໂຣ. ເຖິງຢ່າງໃດກໍຕາມ ໜ່ວຍງານລັດຖະບານອັງກິດທີ່ຮັບຜິດຊອບດ້ານການເຈລະຈາ EU ຍັງບໍ່ຖະແຫລງຢືນຢັນຕາມທີ່ມີລາຍງານດັ່ງກ່າວ ໂດຍກ່ອນໜ້ານີ້ອັງກິດບໍ່ເຄີຍເປີດເຜີຍຕົວເລກມາກ່ອນ ແລະ ຖືເປັນເທື່ອທຳອິດທີ່ຝ່າຍອັງກິດມີລາຍງານຕົວເລກອອກມາ.
