ວາດີ້ ສ້າງສະຖິຕິເປັນນັກເຕະອາຍຸເກີນ 30 ປີ ຍິງປະຕູໄດ້ຫລາຍທີ່ສຸດໃນພຣີເມຍລີກ

ເຈມມີ່ ວາດີ້ ກອງຫນ້າຕົວເກ່ັງຂອງ ເລສເຕີ ຊິຕີ ສ້າງສະຖິຕິໃຫມ່ໃນ ພຣີເມຍລີກ ໄດ້ສຳເລັດ ຫລັງຍິງພາ ‘‘ ຫມາຈອກ ’’ ບຸກໄປຊະນະ ເບີນລີ 2-0 ໃນວັນອັງຄານທີ 1 ມີນາທີ່ຜ່ານມາ.

ດາວຍິງອາຍຸ 35 ປີ ຖືກສົ່ງລົງສະຫນາມເປັນຕົວສຳຮອງແທນ ແພສສັນ ດາກ້າ ໃນນາທີທີ 72 ແລະ ຍິງປະຕູປິດທ້າຍໄດ້ໃນນາທີ 90 ພາທີມຄວ້າ 3 ຄະແນນກັບບ້ານໄດ້ສຳເລັດ.

ຈາກຜົນງານດັ່ງກ່າວຂອງ ວາດີ້ ມີການເປີດເຜີຍວ່າລາວກາຍເປັນນັກເຕະອາຍຸຫລາຍກວ່າ 30 ປີທີ່ຍິງປະຕູໃນພຣີເມຍລີກ ໄດ້ຫລາຍທີ່ສຸດຮຽບຮ້ອຍແລ້ວ ຈາກຈຳນວນ 94 ປະຕູ ທຳລາຍສະຖິຕິ 93 ປະຕູຂອງ ອຽນ ໄຣ ອະດີດດາວຍິງທີມ ອາເຊນອລ.+

ຂະນະດຽວກັນ ປະຕູດັ່ງກ່າວຍັງເປັນການຄຳເປົ້າໄດ້ຄັ້ງທຳອິດຂອງ ວາດີ້ ໃນເກມລີກນຳອີກ ນັບຕັ້ງແຕ່ລາວຍິງສອງປະຕູນັດເປີດບ້ານຊະນະ ວັດຟອດ 4-2 ໃນວັນທີ 28 ພະຈິກ.