ວັນແມ່ຍິງສາກົນ ແມ່ນວັນປົກປ້ອງແມ່ຍິງ

ວັນແມ່ຍິງສາກົນ ແມ່ນເຫດການໜຶ່ງທີ່ເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດິນາ ແລະນາຍທຶນຂະຫຍາຍຕົວ. ຂະນະທີ່ໂຮງງານອຸດສາຫະກຳຂອງນາຍທຶນຂະຫຍາຍຕົວ ກໍສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ພັດເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະກຳມະ ກອນແມ່ຍິງຢູ່ພາຍໃຕ້ລະບອບສັກດິນາ ແລະ ນາຍທຶນ ໂດຍແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຖິງວ່າເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານໃນລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະ ບົບເບິ່ງແຍງສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ.
ຂະນະດຽວກັນ ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືເປັນຄືສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກເຕະຕີ, ຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກ, ເວລາຖືພາ, ເກີດລູກ ຫຼື ເຈັບເປັນ ກໍບໍ່ໄດ້ຮັບການປິ່ນປົວ.
ຈາກສະພາບດັ່ງກ່າວ, ບັນດາແມ່ຍິງຢູ່ໂຮງງານຕ່ຳແຜ່ນ ແລະຕັດຫຍິບເມືອງນິວຢອກ ສະຫະລັດອາເມລິກາ ຈຶ່ງໄດ້ຈັດຕັ້ງການໂຮມຊຸມນຸມປະທ້ວງ ເພື່ອທວງເອົາສິດຂອງຕົນ. ມາເຖິງເດືອນກຸມພາ 1909 ແມ່ ຍິງອາເມລິກາ ໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນເປັນເທື່ອທຳອິດ, ໃນປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ ແລະ ໃນປີດຽວກັນ, ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງເທື່ອທຳອິດໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງປະເທດເດນມາກ ໂດຍກອງປະຊຸມໄດ້ຮັບຮອງ ແລະຕົກລົງເອົາວັນທີ 8 ມີນາຂອງທຸກປີ ເປັນວັນແມ່ຍິງສາກົນ.
ວັນທີ 8 ມີນາໄດ້ກາຍເປັນເຫດການການເມືອງສຳຄັນ, ເປັນຂີດໝາຍແຫ່ງໄຊນະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ທີ່ຕໍ່ສູ້ເພື່ອທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານທົ່ວໂລກ ທັງເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະ ເໝີພາບ ປະຊາທິປະໄຕ ຄືຜູ້ຊາຍ ແລະ ການເຮັດວຽກມື້ລະ 8 ຊົ່ວໂມງ ທັງໄດ້ຮັບການປົກປ້ອງທຸກຮູບການ.

