5 ປີຜ່ານມາ ແຂວງຫົວພັນສາມາດມ້າງຄະດີຢາເສບຕິດໄດ້ເກືອບ 700 ເລື່ອງ

ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ກ່າວເປີດຂະບວນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ຢູ່ສະໜາມກິລາຂອງແຂວງເມື່ອບໍ່ດົນນີ້ວ່າ: ເພື່ອຮັບປະກັນຜົນສຳເລັດ, ປະຊາຊົນລາວບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈກັນຕໍ່ສູ້ສະກັດກັ້ນ, ຕ້ານກັບບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປເທື່ອລະກ້າວ; ສຳລັບເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຕ້ອງເປັນໃຈກາງ, ເປັນກໍາລັງຕົ້ນຕໍຈັດຕັ້ງປະຕິບັດວາລະດັ່ງກ່າວ ໂດຍການສະໜັບສະໜູນຈາກທຸກພາກສ່ວນ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນບັນດາເຜົ່າ ແນໃສ່ເຮັດໃຫ້ການແກ້ໄຂຮັບປະກັນ 3 ມາດຕະການທີ່ກໍານົດຄື ເດັດຂາດ, ໂປ່ງໃສ ແລະ ຄວາມເປັນມືອາຊີບ; ຂະນະທີ່ລູກຫຼານນັກຮຽນຈົ່ງຍົກສູງສະຕິລະວັງຕົວ, ເປັນເຈົ້າການປ້ອງກັນຕົນເອງບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ, ຊ່ວຍເປັນຫູເປັນຕາ ແລະ ຮ່ວມມືກັບເຈົ້າໜ້າທີ່ໃນການຕໍ່ສູ້ກັບບັນຫາຢາເສບຕິດ.
ພົນຈັດຕະວາ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ຍົກໃຫ້ເຫັນຜົນງານການຕ້ານ ແລະ ສະກັດກັ້ນຢາເສບຕິດ 5 ປີຜ່ານມາ ແຕ່ປີ 2017-2021 ໂດຍສາມາດມ້າງຄະດີໄດ້688 ເລື່ອງ:
– ກັກຜູ້ຖືກຫາ 821 ຄົນ, ຍິງ 115 ຄົນ, ຄົນຕ່າງປະເທດ 19 ຄົນ, ຍິງ 1 ຄົນ.
– ຖືກສານຕັດສິນລົງໂທດປະຫານຊີວິດ 23 ເລື່ອງ: ມີຜູ້ຖືກຫາ 28 ຄົນ, ຍິງ 6 ຄົນ, ໂທດຕະຫຼອດຊີວິດ 27 ເລື່ອງ, ຜູ້ຖືກຫາ 32 ຄົນ, ຍິງ 3 ຄົນ.
– ຢຶດຂອງກາງໄດ້: ເຮໂຣອິນໄດ້ 477 ແທ່ງ, 23 ຫໍ່ນ້ອຍ ແລະ 68 ແປັບ ໜັກ 181 ກວ່າກິໂລ, ຢາບ້າ 825.418 ເມັດ ໜັກ 82 ກວ່າກິໂລ, ຝິ່ນ 98 ກວ່າກິໂລ, ຢາໄອສ໌ 76 ກວ່າກິໂລ, ປືນ 84 ກະບອກ, ລູກປືນ 958 ລູກ, ໝາກແຕກ 2 ໜ່ວຍ, ແກັບລະເບີດ 57 ແກັບ, ເງິນ 593 ລ້ານກວ່າກີບ, 37 ລ້ານກວ່າດົງ, 33 ຢວນ, 25 ພັນກວ່າບາດ ແລະ 75 ພັນກວ່າໂດລາ, ສາຍຄໍຄ້າຍຄືຄຳ 7 ເສັ້ນ, ສາຍຄໍຄ້າຍຄືເງິນ 5 ເສັ້ນ, ແຫວນຄ້າຍຄືເງິນ 2 ວົງ, ໂລຫະຄ້າຍຄືເງິນຂັນ 3 ຂັນ, ຕຸ້ມຫູຄ້າຍຄືຄຳ 1 ຄູ່, ປະລັກແຂນຄ້າຍຄືເງິນ 3 ເສັ້ນ, ລົດໃຫຍ່ 11 ຄັນ, ລົດຈັກ 289 ຄັນ, ໂທລະສັບ 522 ໜ່ວຍ, ໂມງໃສ່ແຂນ 15 ໜ່ວຍ ແລະ ອຸປະກອນການເສບຢາ 103 ຊຸດ.

