ແຄມເມີຣູນ ຕັ້ງ ຊົງ ເປັນຜູ້ຈັດການທີມຊາດ

ຣິໂກແບ ຊົງ ອະດີດກອງຫລັງລີເວີພູລໄດ້ຮັບການແຕ່ງຕັ້ງເປັນຜູ້ຈັດການທີມຊາດແຄມເມີຣູນຄົນໃຫມ່ຮຽບຮ້ອຍແລ້ວ ຕາມຄຳແນະນຳຂອງ ພອລ ບີຢາ ປະທານາທິບໍດີແຄມເມີຣູນ.
ຣີໂກແບ ຊົງ ອະດີດກອງຫລັງຂອງລີເວີພູລ ແລະ ທີມຊາດແຄມເມີຣູນ ໄດ້ຮັບການແຕ່ງຕັ້ງເປັນຜູ້ຈັດການທີມຄົນໃຫມ່ຂອງທີມ ແທນທີ່ ໂທນີ ຄອນໄຊເຊົາ ທີ່ພາທີມເຮັດໄດ້ພຽງເປັນອັນດັບ 3 ໃນການແຂ່ງຂັນຊີງແຊ໊ມແຫ່ງຊາດແອຟຣິກາ ທີ່ຕົວເອງເປັນເຈົ້າພາບໃນໄລຍະເດືອນມັງກອນທີ່ຜ່ານມາ ເປັນທີ່ຮຽບຮ້ອຍ ຕາມຄຳສັ່ງຂອງ ພອລ ບີຢາ ປະທານາທິບໍດີຂອງປະເທດ.
ນາຊິສເຊ ມູເອລເລ ຄອມບີ ຣັດຖະມົນຕີກິລາຂອງແຄມເມີຣູນ ກ່າວວ່າ ທີມຊາດແຄມເມີຣູນຕ້ອງການສິ່ງໃຫມ່ໆເປັນທີ່ມາຂອງການຕັ້ງ ຊົງ ເຊິ່ງລົງຫລິ້ນໃຫ້ທີມຊາດເຖິງ 137 ນັດ ເຂົ້າມາເປັນຜູ້ຈັດການທີມໃຫມ່ຂອງທີມ ໂດຍລະບຸວ່າ : ‘‘ ຣິໂກແບ ຊົງ ຈະເຂົ້າມາເຮັດຫນ້າທີ່ຄູຝຶກທີມຊາດຂອງເຮົາແທນທີ່ ໂທນີ ຄອນໄຊເຊົາ ຕາມຄຳແນະນຳຂອງທ່ານປະທານາທິບໍດີ ແລະ ຈາກນີ້ຈະມີການເຊີນສະຫະພັນບານເຕະແຄມເມີຣູນເຂົ້າມາຮັບຟັງມາດຕະການ ລວມເຖິງແນວທາງປະຕິບັດຈຳເປັນຕາມແນວທາງທີ່ທ່ານປະທານາທິບໍດີໃຫ້ມີ ’’.
ແນວໃດກໍຕາມ ການແຕ່ງຕັ້ງ ຊົງ ເຂົ້າມາຄຸມທີມຊາດຕາມຄຳແນະນຳຂອງປະທານາບໍດີຂອງປະເທດແບບນີ້ ອາດຂັດຕໍ່ກົດຂອງສະຫະພັນບານເຕະນາໆ (FIFA) ທີ່ລະບຸວ່າສະຫະພັນບານເຕະຂອງແຕ່ລະປະເທດສະມາຊິກ ຕ້ອງມີຄວາມເປັນເອກະເທດ ແລະ ບໍ່ຕົກຢູ່ພາຍໃຕ້ການນຳພາຂອງຫນ່ວຍງານທາງດານເມືອງໃດໆ.

