ປກສ ເມືອງລອງ ແຂວງຫລວງນໍ້າທາ ລົງທຳລາຍສວນຝິ່ນ 53 ເຮັກຕາກວ່າ

ປກສ ເມືອງລອງ ແຂວງຫລວງນໍ້າທາ ລາຍງານວ່າ: ແຕ່ວັນທີ 30 ມັງກອນ-19 ກຸມພາ 2022, ເຈົ້າໜ້າທີ່ ປກສ ເມືອງສົມທົບກັບອົງການຈັດຕັ້ງທຸກພາກສ່ວນ ທຳລາຍສວນຝີ່ນທີ່ປະຊາຊົນລັກປູກ ເປັນຕົ້ນຢູ່ ກຸ່ມສົບໂຫລຍ ປະຊາຊົນ 46 ຄອບຄົວຢູ່ 6 ບ້ານ ປູກຝິ່ນ 46 ຕອນ, ເນື້ອທີ່ 80.000 ຕາແມັດ;
ກຸ່ມບວກບໍ ມີ 30 ຄອບຄົວຢູ່ 6 ບ້ານ ປູກຝິ່ນ 30 ຕອນ ເນື້ອທີ່ 40.000 ຕາແມັດ;
ກຸ່ມສີວິໄລມີ 48ຄອບ ຄົວຢູ່ 2 ບ້ານ ປູກຝິ່ນ 48 ຕອນ ເນື້ອທີ່ 255.000 ຕາແມັດ
ກຸ່ມຈົງກາ ມີ 57 ຄອບຄົວຢູ່ 4 ບ້ານ ປູກຝິ່ນ 57 ຕອນ ເນື້ອທີ່ 155.000 ຕາແມັດ ລວມເນື້ອທີ່ 53 ເຮັກຕາ ທຽບໃສ່ປີຜ່ານມາຫລຸດຫລົງ 34 ເຮັກຕາ.
ພັທ ສິງຄຳ ອຸດົມພອນ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງຫລວງນໍ້າທາ ກ່າວວ່າ: ໄດ້ໃຊ້ເວລາທຳລາຍສວນໝາກຢາຝິ່ນ 10 ກວ່າວັນ ເນື່ອງຈາກເຂດທີ່ປະຊາຊົນລັກປູກຢູ່ຫ່າງໄກສອກຫລີກກະແຈກກະຈາຍ ເຊິ່ງນອກຈາກໃຊ້ໄມ້ຟາດ, ຍັງໄດ້ຫລົກຕົ້ນອ່ອນຖິ້ມເພື່ອບໍ່ໃຫ້ເຈົ້າຂອງສວນສາມາດເກັບກູ້ເອົາຜົນຜະລິດໄດ້ອີກ.
ພາຍຫລັງທຳລາຍສວນຝິ່ນແລ້ວ ກໍໄດ້ສ້າງບົດບັນທຶກ ສຶກສາອົບຮົມກ່າວເຕືອນ ພ້ອມທັງ ເຊັນຢັ້ງຢືນຈາກອົງການປົກຄອງບ້ານ ບໍ່ໃຫ້ສືບຕໍ່ລັກປູກຝິ່ນຕື່ມອີກ.

