ສ.ເກົາຫລີ ຊີ້ ສປປ ເກົາຫລີ ຍິງລູກສອນໄຟລົງທະເລຕາເວັນອອກ

ວັນທີ 27 ກຸມພາ 2022, ຄະນະເສນາທິການຮ່ວມກອງທັບ ສ.ເກົາຫລີ (JCS) ກ່າວວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫລີ (DPRK) ໄດ້ຍິງລູກສອນໄຟລູກໜຶ່ງທີ່ຕ້ອງສົງໄສວ່າເປັນລູກສອນໄຟຖິ້ມຕົວ ອອກສູ່ທະເລທາງຕາເວັນອອກຂອງປະເທດ.
ຄະນະເສນາທິການຮ່ວມກອງທັບ ສ.ເກົາຫລີ ລະບຸວ່າ: ກວດພົບລູກສອນໄຟທີ່ຖືກປ່ອຍມາຈາກພຽງຢາງເມື່ອເວລາ 07:52 ໂມງ ຕາມເວລາທ້ອງຖິ່ນ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆ.
ຫລັງການທົດລອງຍິງລູກສອນໄຟຄັ້ງຫລ້າສຸດ ທຳນຽບປະທານາທິບໍດີ ສ.ເກົາຫລີ ໄດ້ຈັດປະຊຸມສຸກເສີນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງຊາດ ໂດຍມີທ່ານ ຊູຮຸນ ຫົວໜ້າສຳນັກງານຄວາມໝັ້ນຄົງແຫ່ງຊາດເປັນປະທານກອງປະຊຸມ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫລີ ມີການທົດລອງລູກສອນໄຟ 7 ຄັ້ງໃນເດືອນມັງກອນ ໂດຍເປັນການຍິງລູກສອນໄຟຄວາມໄວເໜືອສຽງຈຳນວນຄັ້ງລະໜຶ່ງລູກໃນວັນທີ 5 ມັງກອນ ແລະ 11 ມັງກອນ. ລູກສອນໄຟໄລຍະໃກ້ທີ່ຍິງຈາກຂະບວນລົດໄຟຈຳນວນສອງລູກເມື່ອວັນທີ 14 ມັງກອນ, ລູກສອນໄຟນຳວິຖີທາງຍຸດທະວິທີສອງລູກເມື່ອວັນທີ 17 ມັງກອນ, ລູກສອນໄຟລ່ອນໄລຍະໄກໜຶ່ງລູກເມື່ອວັນທີ 25 ມັງກອນ, ລູກສອນໄຟນຳວິຖີທາງຍຸດທະວິທີຊະນິດຍິງຈາກພື້ນສູ່ພື້ນໜຶ່ງລູກເມື່ອວັນທີ 27 ມັງກອນ ແລະ ລູກສອນໄຟຖິ້ມຕົວໄລຍະກາງເຖິງໄລຍະໄກໜຶ່ງລູກເມື່ອວັນທີ 30 ມັງກອນ.

