ຫວຽດນາມຢ້ຳແຄ້ນໄທ 1-0 ຄວ້າແຊ໊ມອາຊຽນ ຢູ-23

ໄທພົບກັບຂ່າວຮ້າຍ ເມື່ອມີນັກເຕະຕິດໂຄວິດ ກ່ອນລົງໄປຖືກຫວຽດນາມຢ້ຳແຄ້ນ 1-0 ໃນຮອບຊີງຊະນະເລີດ ຢູ-23 ຊີງແຊ໊ມອາຊຽນຢູ່ປະເທດກຳປູເຈຍຢ່າງຫນ້າເສຍດາຍ, ສ່ວນ ຕີມໍ ເລສເຕ ຄວ້າອັນດັບ 3 ໄປຄອງ ຫລັງນັກເຕະທີມຊາດລາວຕິດໂຄວິດ ເຮັດໃຫ້ນັກເຕະບໍ່ພໍໃຊ້ງານຖອນຕົວອອກໄປ.

ການແຂ່ງຂັນເຕະບານຊີງແຊ໊ມອາຊຽນຮຸ່ນອາຍຸບໍ່ເກີນ 23 ປີ ໃນວັນທີ 26 ກຸມພາຢູ່ສະຫນາມ ມໍລະດົກ ເຕໂຊ ປະເທດກຳປູເຈຍຮອງຊີງຊະນະເລີດ ລະຫວ່າງ ທີມຊາດໄທ ພົບກັບທີມຫວຽດນາມ ທີ່ເຄີຍເອົາຊະນະທີມຊາດໄທມາໃນຮອບທຳອິດ ແບ່ງກຸ່ມ ຊີ ມາໄດ້ 1-0.

ໂດຍກ່ອນເກມຄູ່ຊີງຊະນະເລີດເປັນຄູ່ຊີງອັນດັບ 3 ລະຫວ່າງທີມຊາດລາວ ພົບ ຕີມໍ ເລສເຕ ຍົກເລີກການແຂ່ງຂັນ ເນື່ອງຈາກທີມຊາດລາວມີການກວດພົບນັກເຕະຕິດເຊື້ອໂຄວິດ ຫລາຍຄົນ ບວກກັບນັກເຕະທີ່ມີອາການບາດເຈັບ  ເຮັດໃຫ້ບໍ່ສາມາດລົງສະຫນາມໄດ້ ທາງຝ່າຍຈັດການແຂ່ງຂັນຈຶ່ງຕັດສິນໃຈໃຫ້ທີມຊາດຕີມໍ ເລສເຕ ໄດ້ອັນດັບ 3 ໄປຄອງໂດຍອັດຕະໂນມັດທັນທີ.

ສ່ວນຄູ່ຊີງຊະນະເລີດໃນເກມນີ້ ໄທ-ຫວຽດນາມ ເປັນຝ່າຍຫວຽດນາມທີ່ໄດ້ປະຕູຂຶ້ນນຳ 1-0 ຈາກບານເຕະແຈ ນາທີທີ 45 ບວກ 1 ຢ້ຳແຄ້ນໄດ້ສຳເລັດ ເປັນປະຕູໄຊເຮັດໃຫ້ຫວຽດນາມຄວ້າແຊ໊ມລາຍການໄປຄອງຢ່າງຍິ່ງໃຫຍ່.