ກຸມພາ-ມີນາ ເຊື່ອມໂຍງຫລາຍບັນຫາທີ່ລັດຕ້ອງແກ້

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນກຸມພາ 2022 ທີ່ຈັດຂຶ້ນໃນວັນທີ 21-22 ກຸມ ພາ 2022 ໄດ້ຕົກລົງຊີ້ນຳແກ້ໄຂບັນຫາຕ່າງໆເຖິງ 9 ເອກະສານ ເປັນຕົ້ນຄື
ໜຶ່ງ ຜ່ານບົດສະຫລຸບຕີລາ ຄາການປະຕິບັດວຽກງານຈຸດສຸມປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ.
ສອງ: ຄົ້ນຄວ້າຮ່າງແຜນການລົງທຶນຂອງລັດປະຈຳປີ 2022.
ສາມ: ຜ່ານຮ່າງກົດໝາຍວ່າດ້ວຍການສົ່ງ ເສີມວິສາຫະກິດຂະໜາດນ້ອຍ, ຂະໜາດກາງ.
ສີ່: ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນສັດນ້ຳ-ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ.
ຫ້າ: ຮ່າງດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ (ສະບັບປັບປຸງ).
ຫົກ: ຮ່າງຍຸດທະສາດການພັດທະນາຕະຫລາດຫລັກທຶນ.
ເຈັດ: ຮ່າງຍຸດທະສາດການພັດທະນາການບິນພົນລະເຮືອນ 2021-2025 ແລະ ວິໄສທັດຮອດປີ 2030.
ແປດ: ການສ້າງລະບົບຄຸ້ມຄອງຕົວຕົນທາງດິຈີຕອນ (DIGITAL ID).
ເກົ້າ: ຮ່າງແຜນຄຸ້ມຄອງອ່າງຮັບນ້ຳ, ນ້ຳອູ, ນ້ຳງື່ມ ແລະ ນ້ຳເທີນ-ນ້ຳກະດິງ.
ສ່ວນແຜນວຽກຈຸດສຸມໃນເດືອນມີນານັ້ນ, ລັດຖະບານຈະໄດ້ສຸມໃສ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທຳຫລາຍຂຶ້ນ ໂດຍສະເພາະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການນຳໃຊ້ລົດລັດ, ການແກ້ໄຂລົດທີ່ນ້ຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ, ການແກ້ໄຂຄວາມຫຍຸ້ງຍາກການດຳເນີນທຸລະກິດການຂຸດຄົ້ນແຮ່ທາດ, ການສົ່ງອອກສິນ ຄ້າຢູ່ດ່ານຊາຍແດນ ແລະ ບັນຫາທີ່ດິນໄປຄຽງຄູ່ກັບການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19.
ສະເພາະເດືອນກຸມພາຜ່ານມາ ມີບັນຫາພົ້ນເດັ່ນໜຶ່ງທີ່ພົວພັນເຖິງປາກທ້ອງ ຕິດພັນກັບຊີວິດການເປັນຢູ່ປະຈຳວັນຂອງປະຊາຊົນນັ້ນກໍຄືບັນຫາລາຄານ້ຳມັນຂຶ້ນ. ບໍ່ວ່າໃນປັດຈຸບັນກໍຄືອະນາຄົດ ຖ້າລາຄານ້ຳມັນຂຶ້ນຕິກໆແບບນີ້ ຈະເຊື່ອມໂຍງໄປເຖິງສິນຄ້າປະເພດອື່ນໆກໍຈະທະລຸຂຶ້ນລາຄາຄືກັນ ເພາະຕົ້ນເຫດຂອງບັນຫາມັນພົວພັນລາມໄປຮອດການຂົນສົ່ງສິນຄ້າໃນທົ່ວປະເທດ.
ເຖິງຢ່າງໃດກໍດີ, ອີງໃສ່ສະພາບເສດຖະກິດຂອງໂລກ ແລະ ພາກພື້ນ ນັບທັງຢູ່ພາຍໃນປະເທດເຮົາເອງ ພວກເຮົາກໍເຊື່ອໝັ້ນວ່າລັດຖະບານເຮົາຕ້ອງຫາວິທີທາງອອກ ແລະ ສາມາດແກ້ໄຂໄດ້ຢ່າງແນ່ນອນ.

