ຍີ່ປຸ່ນກຽມຫລຸດຜ່ອນມາດຕະການ ຄວບຄຸມຊາຍແດນເພີ່ມ ຫລັງໂຄວິດ-19 ຮອບທີ 6 ຫລຸດຜ່ອນລົງ

ວັນທີ 24 ກຸມພາ 2022, ທ່ານ ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ປະກາດວ່າ: ລັດຖະບານວາງແຜນຈະຫລຸດຜ່ອນມາດຕະການຄວບຄຸມຊາຍແດນເພີ່ມ, ຂະນະທີ່ຍີ່ປຸ່ນກຳລັງ “ຜ່ານພົ້ນການລະບາດຮອບທີ 6” ຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
“ເຮົາຫວັງຈະເປີດການເດີນທາງລະຫວ່າງປະເທດເພີ່ມອີກແບບຄ່ອຍເປັນຄ່ອຍໄປ ໂດຍພິຈາລະນາຈາກສະຖານະການຕິດເຊື້ອທັງໃນ ແລະ ຕ່າງປະເທດ ຕະຫລອດຈົນຄວາມຕ້ອງການຂອງຊາວຍີ່ປຸ່ນທີ່ເດີນທາງກັບປະເທດ” ທ່ານ ຄິຊິດະ ກ່າວລະຫວ່າງກອງປະຊຸມຄະນະກຳມະການງົບປະມານແຫ່ງຊາດ.
ກ່ອນໜ້ານີ້, ລັດຖະບານຍີ່ປຸ່ນຕັດສິນໃຈຫລຸດຜ່ອນມາດຕະການຄວບຄຸມຊາຍແດນນັບແຕ່ເດືອນມີນາເປັນຕົ້ນໄປ ໂດຍອະນຸຍາດໃຫ້ເພີ່ມຈຳນວນຜູ້ເດີນທາງເຂົ້າປະເທດຈາກ 3.500 ຄົນ ເປັນ 5.000 ຄົນຕໍ່ວັນ ຫລັງຖືກວິພາກວິຈານຈາກວົງການທຸລະກິດ ແລະ ວິຊາການທັງໃນ ແລະ ຕ່າງປະເທດກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ອັນເຂັ້ມງວດ.
ທັງນີ້, ຍີ່ປຸ່ນຢືນຢັນການກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 61.260 ຄົນໃນວັນທີ 24 ກຸມພາ ແລະ ຈຳນວນຜູ້ປ່ວຍອາການຮຸນແຮງຫລຸດລົງ 15 ຄົນ ເຫລືອຢູ່ 1.474 ຄົນ ໂດຍນະຄອນຫລວງໂຕກຽວພົບຜູ້ຕິດເຊື້ອໃໝ່ 10.169 ຄົນ ຫລຸດລົງຈາກອາທິດກ່ອນໜ້າປະມານ 7.600 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ສະສົມ 7 ວັນມີ 12.509 ຄົນຕໍ່ວັນ ຫລຸດລົງ 16,2% ຈາກອາທິດກ່ອນໜ້າ.

