ຢູຟາ ຫາລືດ່ວນ, ຍ້າຍສັງວຽນນັດຊີງຊະນະເລີດແຊ໊ມປຽນລີກ ຫລັງຣັສເຊຍໂຈມຕີຢູເຄຣນ

ສື່ອັງກິດລາຍງານວ່າ ສະຫະພັນບານເຕະຢູໂຣບ ( EUFA) ກຽມຫາລືສຸກເສີນໃນວັນທີ 25 ກຸມພາ ເຖິງເລື່ອງການຍ້າຍສະຫນາມຈັດການແຂ່ງຂັນນັດຊີງຊະນະເລີດຢູຟາ ແຊ໊ມປຽນລີກ ລະດູການນີ້ ຫລັງສະຖານະການລະຫວ່າງຣັສເຊຍ ແລະ ຢູເຄຣນ ຢູ່ໃນພາວະເຄັ່ງຄຽດ.

ຕາມກຳນົດເກ່ົານັດຊີງຊະນະເລີດ ຢູຟາແຊ໊ມປຽນລີກ ລະດູການ 2021-22 ຈະຈັດແຂ່ງຂັນຢູ່ສະຫນາມ ກາດພຣອມ ອາຣີນາ ໃນເມືອງເຊນ ປີເຕີສະເບີກ ປະເທດຣັສເຊຍ ວັນທີ 28 ພຶດສະພານີ້.

ແນວໃດກໍຕາມຂະນະນີ້ເກີດວິກິດລະຫວ່າງຣັສເຊຍ ກັບ ຢູເຄຣນ ເຊິ່ງຫລ້າສຸດເມື່ອວັນທີ 24 ກຸມພາ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັສເຊຍ ໄດ້ສ່ັງເປີດສາກໂຈມຕີທາງການທະຫານໃສ່ຢູເຄຣນໃນຫລາຍພື້ນທີ່ແລ້ວ.

ຈາກສະຖານະການເຄັ່ງຕຶງທີ່ເຄັ່ງຕຶງທີ່ເກີດຂຶ້ນກ່ອນຫນ້ານີ້ມີຫລາຍຝ່າຍຮຽກຮ້ອງໃຫ້ ຢູຟາ ຍ້າຍສະຫນາມແຂ່ງຂັນຂອງການແຂ່ງຂັນດັ່ງກ່າວອອກຈາກຣັສເຊຍໂດຍດ່ວນ.

ຫລ້າສຸດ ບີບີຊີ ລາຍງານວ່າ : ລັດສະພາຢູໂຣບຕ້ອງການໃຫ້ ຢູຟາ ຍ້າຍສະຫນາມການແຂ່ງຂັນນັດຊີງຢູແຊ໊ມປຽນລີກ ຂະນະທີ່ ຢູຟາ ກຽມຈັດປະຊຸມສຸກເສີນໃນວັນທີ 25 ກຸມພານີ້ ວ່າຈະຍ້າຍສັງວຽນແຂ່ງຂັນໃນລະດູການນີ້ ຫລື ບໍ່.