ກະຊວງໂຍທາທິການ ແລະ ຂົນສົ່ງ ຈະປຶກສາຫາລື 8 ວຽກງານສຳຄັນ

ທ່ານ ວຽງສະຫວັດ ສີພັນດອນລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວໃນກອງປະຊຸມວຽກງານທົ່ວປະເທດປະຈໍາປີ 2022 ຮູບແບບເຊິ່ງໜ້າ ແລະ ຜ່ານວິດີໂອທາງໄກ ໃນວັນທີ 24 ກຸມພານີ້ວ່າ: ໃນໄລຍະ 2 ວັນ ( 24-25 ກຸມພາ) ຈະໄດ້ປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ປີ ແຕ່ປີ 2019 ຫາ ປີ 2021 ລວມທັງຈະຄົ້ນຄວ້າສ້າງແຜນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານ ຍທຂ ຮອດປີ 2023; ການຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສາມສ້າງຂອງກະຊວງທີ່ຕິດພັນກັບການແບ່ງຄວາມ ຮັບຜິດຊອບລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ເອກະພາບກັນໃນກອງປະຊຸມ ຍທຂ ທົ່ວປະເທດ ປີ 2018 ຜ່ານມາ; ຄົ້ນຄ້ວາວຽກງານທີ່ເປັນຈຸດສຸມບູລິມະສິດຂອງຂະແໜງການໃນຊຸມປີຕໍ່ໜ້າ. ແນວໃດກໍດີເພື່ອບັນລຸຈຸດປະສົງເຫລົ່ານີ້ຈະພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື 8 ວຽກງານສຳຄັນຄື:

1.ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນການ ແລະ ບັນດາວຽກພົ້ນເດັ່ນໄລຍະປີ 2019-2021;

2.ທິດທາງແຜນການລວມຂອງແຜນພັດທະນາ 5 ປີ 2021-2025 ແລະ ແຜນວຽກຈຸດສຸມຮອດປີ 2023 ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດຂອງກະຊວງ;

3.ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ບົດບັນທຶກການແບ່ງຄວາມຮັບຜິດຊອບວຽກງານ ຍທຂ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖີ່ນ;

4.ການພັດທະນາຂີດຄວາມສາມາດພະນັກງານ-ລັດຖະກອນຂອງຂະແໜງການ ຍທຂ ໃຫ້ຊໍານານງານກາຍເປັນມືອາຊີບເທື່ອລະກ້າວ;

5.ຕີລາຄາການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງ ທີ່ຕິດພັນກັບການປົກປັກຮັກສາເຂດນໍ້າແດນດິນຂອງ ສປປ ລາວ;

6.ພັດທະນາຕົວເມືອງຕິດພັນກັບການພັດທະນາໂຄງລ່າງທີ່ຄົງທົນ ເປັນມິດກັບສິ່ງແວດລ້ອມກ້າວໄປສູ່ຕົວເມືອງໜ້າຢູ່ ແລະ ທັນສະໄໝ;

7.ກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບໃນ ສປປ ລາວ ຕິດພັນກັບການຍົກລະດັບການບໍລິ ການດ້ານຂົນສົ່ງ;

8.ການຄຸ້ມຄອງຊັບສິນທາງຫຼວງໃຫ້ສາມາດຄົງທົນຕໍ່ການປ່ຽນແປງສະພາບດິນຟ້າອາກາດ, ຍືນຍົງ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;

3 ປີຜ່ານມາ (2019 ຫາ 2021), ຂະແໜງການໂຍທາທິການ ແລະ ຂົນສົ່ງ ໃນຖານະເປັນຂະແໜງ ການປາຍແຫລມຂອງເສດຖະກິດແຫ່ງຊາດ ສາມາດຍາດໄດ້ຜົນງານຫລາຍໆດ້ານ ຊຶ່ງໄດ້ປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມຂອງຊາດຢ່າງຕັ້ງໜ້າ ແນໃສ່ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນ ດາເຜົ່າ, ສ້າງຄວາມສີວິໄລ, ຍຸຕິທຳ, ຄວາມໝັ້ນຄົງ ແລະ ຮຸ່ງເຮືອງຂອງຊາດ. ແນວໃດກໍດີຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂບົນພື້ນຖານການຈັດຕັ້ງຜັນຂະຫຍາຍທິດທາງແຜນການລວມ ແລະ ແຜນວຽກຈຸດສຸມລວມຂອງລັດຖະບານລວມທັງ ທິດທາງແຜນການພັດທະນາ 5 ປີ 2021-2025 ແລະ ແຜນວຽກຈຸດສຸມຮອດປີ 2023 ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດຂອງກະຊວງຢ່າງຕັ້ງໜ້າ.

ไม่มีคำอธิบายไม่มีคำอธิบาย