ອາເມລິກາຮັບເໝົາກໍ່ສ້າງ ກະຊວງປ້ອງກັນປະເທດກູເວດ

ກະຊວງການຕ່າງປະເທດອາເມລິກາ ອະນຸມັດການຮັບເໝົາອອກແບບ ແລະ ກໍ່ສ້າງ ສູນອາຄານສຳນັກງານໃຫຍ່ກະຊວງປ້ອງກັນປະເທດກູເວດ ລວມທັງອຸປະກອນຕິດຕັ້ງ ລວມມູນຄ່າ 1.000 ລ້ານໂດລາສະຫະລັດ.
ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫລວງວໍຊິງຕັນ ສະຫະລັດອາເມລິກາ ໃນວັນທີ 23 ກຸມພາວ່າ: ກະຊວງການຕ່າງປະເທດອາເມລິກາ ອະນຸມັດການຮັບເໝົາອອກແບບ ແລະ ກໍ່ສ້າງ ສູນອາຄານກະຊວງປ້ອງກັນປະເທດກູເວດ ໃນນະຄອນຫລວງກູເວດຊິຕີ ມູນຄ່າ 1.000 ລ້ານໂດລາສະຫະລັດ ໂດຍຜ່ານລະບົບການຂາຍອາວຸດກອງທັບໃຫ້ຕ່າງປະເທດ ຫລື ເອຟເອັມເອສ (Foreign Military Sale : FMS) ຂອງກະຊວງປ້ອງກັນປະເທດອາເມລິກາ ແລະ ສຳນັກງານການຮ່ວມມືດ້ານຄວາມໝັ້ນຄົງປ້ອງກັນປະເທດ (Defense Security Cooperation Agency) ຂອງກະຊວງປ້ອງກັນປະເທດ ໄດ້ແຈ້ງເລື່ອງ ເອຟເອັມເອສ ໄປຫາສະພາຄອງເກຣດແລ້ວ ໃນວັນທີ 22 ກຸມພາ.
ກະຊວງປ້ອງກັນປະເທດອາເມລິກາ ຍັງບໍ່ລະບຸຊື່ບໍລິສັດຮັບເໝົາຫລັກ ທີ່ຈະຮັບງານກໍ່ສ້າງສູນອາຄານສຳນັກງານໃຫຍ່ກະຊວງປ້ອງກັນປະເທດກູເວດ ເຊິ່ງຈະໃຊ້ເວລາກໍ່ສ້າງບໍ່ເກີນ 7 ປີ.

