ເຢຍລະມັນ ໃຫ້ການຊ່ວຍເຫລືອລ້າແກ່ໂຄງການຟື້ນຟູພື້ນຖານໂຄງລ່າງແຂວງພາກໃຕ້ຂອງລາວ 10,4 ລ້ານເອີໂຣ ຫລື ປະມານ 135 ຕື້ກວ່າກີບ

ວັນທີ 22 ກຸມພາ 2022 ນີ້, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື ໄດ້ມີພິທີເຊັນ ສັນຍາວຽກກໍ່ສ້າງ-ສ້ອມແປງ ຂະໜາດນ້ອຍ ໃນ 4 ເມືອງຂອງແຂວງອັດຕະປື ພາຍໃຕ້ໂຄງການຟື້ນຟູພື້ນຖານ ໂຄງລ່າງແຂວງພາກໃຕ້ຂອງປະເທດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ລັດຕະພອນ ເທບສຸວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປື, ມີ ທ່ານ ວົງເດືອນ ສີພັນລາວົງ ຫົວໜ້າໂຄງການຟື້ນຟູໂຄງລ່າງ ພື້ນຖານແຂວງພາກໃຕ້ຂອງປະເທດລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບງົບປະມານທີ່ລັດຖະບານເຢຍລະມັນຊວຍເຫຼືອລັດຖະບານລາວ ເພື່ອຟື້ນຟູພື້ນຖານໂຄງລ່າງ ແຂວງພາກໃຕ້ຂອງປະເທດລາວ ໃນຄັ້ງນີ້ ມີມູນຄ່າ 10 ລ້ານ 4 ແສນເອີໂຣ: ສໍາລັບຢູ່ ແຂວງອັດຕະປື ທີ່ຈະເຊັນສັນຍາໃນຄັ້ງ ນີ້ມີ 3 ສັນຍາ ຄື:
ສັນຍາທີ 1 ກໍ່ສ້າງ-ສ້ອມແປງ ໂຮງຮຽນ ປະຖົມດອນມ່ວງ ແລະ ທ່າອວນ,ໂຮງຮຽນ ມັດທະຍົມທົ່ງແທ,ກໍ່ສ້າງສຸກສາລາບ້ານ ໄຊດອນໂຂງ ແລະ ສ້ອມແປງ ໂຮງໝໍ ເມືອງສະໜາມໄຊ ລວມມູນຄ່າ 2 ຕື້ 500 ລ້ານກວ່າກີບ ຈະໄດ້ເຊັນສັນຍາ ກັບ ບໍລິສັດ ຊະນະໄຊ ພັດທະນາ ກໍ່ສ້າງ ຈຳກັດຜູ້ດຽວ ທີ່ໄດ້ຊະນະການປະມູນ.

ສັນຍາທີ່ 2 ສັນຍາປະກອບມີວຽກ ກໍ່ສ້າງໂຮງຮຽນປະຖົມ ບ້ານ ສາມັກຄີ ແລະ ບ້ານ ໂພໄຊ,ສ້ອມແປງ ສຸກສາລາ ບ້ານມູນ,ສຸກສາລາບ້ານສະແຄະ ແລະ ສຸກສາລາ ບ້ານສະປວນ, ລວມມູນຄ່າ 3 ຕື້ 700 ລ້ານກວ່າກີບ ສັນຍາ ກັບ ບໍລິສັດ ວັນນະວົງ ກໍສ້າງຈຳກັດຜູ້ດຽວ ທີ່ໄດ້ຊະນະການປະມູນ.

ສັນຍາທີ່ 3 ປະກອບ ມີວຽກກໍ່ສ້າງໂຮງຮຽນປະຖົມ ບ້ານ ດາກກຽດ,ກໍ່ສ້າງໂຮງຮຽນປະຖົມ ບ້ານ ມີໄຊ, ສ້ອມແປງໂຮງຮຽນປະຖົມ ບ້ານ ສົມບູນ,ສ້ອມແປງໂຮງຮຽນ ປະຖົມ ບ້ານ ດາກຮຽດ ແລະ ສ້ອມແປງໂຮງໝໍ ເມືອງຊານໄຊ ລວມມູນຄ່າ 4 ຕື້ 400 ລ້ານກວ່າກີບ, ຈະໄດ້ ເຊັນສັນຍາ ກັບບໍລິສັດ ຈະເລີນດີ ກໍ່ສ້າງຈຳກັດຜູ້ດຽວ ທີ່ໄດ້ຊະນະການປະມູນ.