ມຽນມາສົນໃຈຊື້ກະແສໄຟຟ້າຈາກຈີນ
ລັດຖະບານມຽນມາເລີ່ມເຈລະຈາກັບລັດວິສາຫະກິດດ້ານພະລັງງານ 3 ແຫ່ງຂອງຈີນ ກ່ຽວກັບການຊື້ກະແສໄຟຟ້າໃນອະນາຄົດ ເພື່ອບັນເທົາສະພາບຂາດເຂີນພະລັງງານພາຍໃນປະເທດ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ໃນວັນທີ 4 ສິງຫານີ້ວ່າ: ທ່ານ ເຖັງ ລາວິນ ໂຄສົກກະຊວງໄຟຟ້າ ແລະ ພະລັງງານຂອງມຽນມາ ກ່າວໃນວັນທີ 3 ສິງຫາວ່າ: ການເຈລະຈາລະຫວ່າງລັດຖະບານມຽນມາກັບລັດວິສາຫະກິດດ້ານພະລັງງານ 3 ແຫ່ງຂອງລັດຖະບານປັກກິ່ງໃນເລື່ອງການຊື້ຂາຍກະແສໄຟຟ້າ “ຍັງຢູ່ໃນຂັ້ນເລີ່ມຕົ້ນ” ໂດຍປະຕິເສດໃຫ້ລາຍລະອຽດເພີ່ມຕື່ມ. ດ້ານແຫລ່ງຂ່າວເປີດເຜີຍວ່າ: ບໍລິສັດທັງສາມແຫ່ງສະເໜີແຜນການຂອງຕົນເອງໃນການເຊື່ອມໂຍງລະບົບໄຟຟ້າຂອງມຽນມາກັບໂຮງໄຟຟ້າໃນມົນທົນຢຸນໜານ ທີ່ຢູ່ທາງຕາເວັນຕົກສຽງໃຕ້ຂອງຈີນ.
ເຖິງຢ່າງໃດກໍຕາມ, ມີລາຍງານໃນໄລຍະເດືອນເມສາຜ່ານມາ, ລັດຖະບານປັກກິ່ງອາດຢຸດຕິໂຄງການກໍ່ສ້າງເຂື່ອນມິດໂສນ ເພື່ອແລກກັບໂອກາດໃນການສະແຫວງຫາຊ່ອງທາງລົງທຶນໃນມຽນມາໃນອະນາຄົດ ແລະ ຫວັງຫລຸດຜ່ອນຄວາມຂັດແຍ່ງກັບລັດຖະບານມຽນມາ ທີ່ບໍ່ພໍໃຈວ່າກະແສໄຟຟ້າເກືອບທັງໝົດທີ່ຜະລິດຂຶ້ນໂດຍເຂື່ອນມິດໂສນຈະຕ້ອງຖືກສົ່ງກັບໄປຈີນ, ທັງທີ່ພື້ນທີ່ສ່ວນຫລາຍຢູ່ມຽນມາຍັງຂາດເຂີນກະແສໄຟຟ້າ.

