ຫລາຍສັນຍານເຕືອນວ່າທ່ານກຳລັງເຄັ່ງຄຽດເກີນໄປ

ມື້ີນີ້ພວກເຮົາມີບາງຄວາມຮູ້ກ່ຽວກັບສັນຍານການເຕືອນຈາກຮ່າງກາຍວ່າເຮົາກຳລັງເຄັ່ງຄຽດຫລາຍເກີນໄປແລ້ວມາແນະນຳ ໂດຍສາມາດສັງເກດໄດ້ຈາກອາການຕ່າງໆຕໍ່ໄປນີ້ :
– ມີບັນຫາເລື່ອງຄວາມຈື່ຈຳ : ຫລົງໆລືມໆ, ຈື່ຫຍັງບໍ່ຄ່ອຍໄດ້ ຫລື ຈື່ຈຳບໍ່ໄດ້ດົນ.
– ອາລົມປ່ຽນແປງງ່າຍ, ໃຈຮ້າຍ, ໝຸດໝັດງ່າຍ : ນີ້ກໍເປັນອາການສຳຄັນທີ່ບົ່ງບອກໄດ້ງ່າຍທີ່ສຸດວ່າທ່ານກຳລັງເຄັ່ງຄຽດເກີນໄປ.
– ນອນບໍ່ຫລັບ : ບໍ່ວ່າຈະເຂົ້ານອນແຕ່ຫົວຄໍ່າ ຫລື ນອນເດິກປານໃດກໍຍັງບໍ່ຫລັບ.
– ໜັງເປືອກຕາກະຕຸກ : ເປັນສັນຍານບອກວ່າປະສາດບ່ອນໃດໜຶ່ງເຮັດວຽກຜິດປົກກະຕິ.
– ຜົມຫລົ່່ນ : ປົກກະຕິຜົມບໍ່ຫລົ່ນຫລາຍ, ແຕ່ເມື່ອສັງເກດເຫັນຜົມຫລົ່ນອາດເປັນສາເຫດມາຈາກຄວາມເຄັ່ງຄຽດ.
– ປວດເມື່ອຍຕາມຮ່າງກາຍ : ໂດຍບໍ່ໄດ້ເຮັດວຽກໜັກ ຫລື ອອກແຮງຫລາຍ.
– ສະມາທິຫລຸດລົງ : ເຮັດວຽກບໍ່ມີສະມາທິ, ຮຽນໜັງສືກໍບໍ່ມີສະມາທິ.
– ວິຕົກກັງວົນ : ສັບສົນກະວົນກະວາຍ.
– ລະບົບຂັບຖ່າຍມີບັນຫາ : ຖ່າຍຍາກ, ຖ່າຍອາຈົມແຂງ ຫລື ຖ່າຍແຫລວສະຫລັບສັບປ່ຽນກັນ.
– ຊຶມເສົ້າ : ຫ່ງວມເຫງົາ, ໃຈລອຍ, ບໍ່ມີຊີວິດຊີວາ, ຫົດຫູ່.
– ອ່ອນເພຍຕະຫລອດເວລາ : ບໍ່ໄດ້ເຮັດວຽກໜັກ, ແຕ່ກໍຮູ້ສືກອິດເມື່ອຍອ່ອນເພຍຢູ່ບໍ່ເຊົາ.
– ເຈັບຫົວ, ວິນຫົວ, ປວດຮາກ : ຄົນເຄັ່ງຄຽດຫລາຍສາມາດມີອາການເຫລົ່ານີ້ໄດ້.
– ພະຍາດພູມແພ້ຮຸນແຮງຂຶ້ນ : ຄົນທີ່ມີພະຍາດປະຈຳໂຕດັ່ງພະຍາດພູມແພ້ຈະມີອາການຮຸນແຮງຂຶ້ນເມື່ອມີຄວາມເຄັ່ງຄຽດຫລາຍເກີນໄປ.
– ເຮັດຜິດພາດ : ແມ່ນແຕ່ເລື່ອງນ້ອຍໆທີ່ເຄີຍເຮັດເປັນປະຈຳກໍຍັງເຮັດຜິດພາດໄດ້ເລື້ອຍໆ.
– ຫົວໃຈເຕັ້ນໄວຂຶ້ນ, ເຫື່ອອອກງ່າຍ : ຄວາມເຄັ່ງຄຽດສົ່ງຜົນກະທົບໄປຫາຫົວໃຈ.
– ກິນບໍ່ເຊົາ : ຫິວຕະຫລອດ, ກິນນັ້ນກິນນີ້ຢູ່ບໍ່ເຊົາ.
– ຜິວໜັງໝົ່ນໝອງ : ຄວາມເຄັ່ງຄຽດສົ່ງຜົນກະທົບໄປຫາຜິິວໜັງເຮັດໃຫ້ໝົ່ນໝອງ, ບໍ່ສົດໃສ.
– ຄວາມຕ້ອງການທາງເພດຫລຸດລົງ : ສະມັດຕະພາບທາງເພດເຮັດວຽກບໍ່ດີເທົ່າທີ່ຄວນຈະເປັນ.
– ໃຊ້ສານເສບຕິດ : ສູບຢາ ຫລື ດື່ມເຄື່ອງດື່ມມຶນເມົາຫລາຍຂຶ້ນ.
ທີ່ກ່າວມາຂ້າງເທິງນັ້ນລ້ວນແຕ່ເປັນສາເຫດທີ່ມາຈາກຄວາມເຄັ່ງຄຽດຫລາຍຈົນເກີນໄປຂອງທ່ານ ເຊິ່ງທ່ານສາມາດສັງເກດໄດ້ ແລະ ເມື່ອຮູ້ວ່າຕົນເອງມີອາການເຫລົ່ານັ້ນແລ້ວ ກໍຄວນຫາທາງແກ້ໄຂ ຫລື ກຳຈັດຄວາມເຄັ່ງຄຽດທີ່ເປັນຢູ່ ໂດຍການເຮັດໃຈໃຫ້ຜ່ອນຄາຍ, ຫາກິດຈະກຳຊ່ວຍຫລຸດຄວາມເຄັ່ງຄຽດເຮັດ, ກິນອາຫານທີ່ດີມີປະໂຫຍດຕໍ່ສຸຂະພາບ ແລະ ຫາເວລາພັກຜ່ອນໃຫ້ພຽງພໍກໍຈະຊ່ວຍຫລຸດບັນຫາຈາກຄວາມເຄັ່ງຄຽດລົງໄດ້.

