7 ຂໍ້ທີ່ຄວນເວົ້າກັບຕົນເອງເມື່ອຕ້ອງພົບກັບເລື່ອງຍາກລຳບາກໃນຊີວິດ

- ຖ້າກ້າວຂ້າມມັນໄປໄດ້… ເຮົາກະແຂງແກ່ນຂຶ້ນ.
- ຖ້າທຸກຢ່າງມັນງ່າຍເກີນໄປ … ຊີວິດກໍຄົງໜ້າເບື່ອ.
- ສິ່ງທີ່ເກີດຂຶ້ນກັບຊີວິດເຮົາເປັນພຽງແຕ່ 10% … ອີກ 90% ທີ່ເຫລືອແມ່ນສິ່ງທີ່ເຮົາສະໜອງຕອບມັນ.
- ລອງຄິດເບິ່ງວ່າມັນຈະໜ້າພູມໃຈເທົ່າໃດ… ຖ້າເຮົາສາມາດຜ່ານພົ້ນໄລຍະເວລາທີ່ຍາກລຳບາກນັ້ນໄປໄດ້.
- ພຽງແຕ່ຕື່ນມາມື້ອື່ນກໍເຊົ້າແລ້ວ ... ຊີວິດກໍປ່ຽນອີກແລ້ວ.
- ເບິ່ງຍ້ອນກັບໄປເຖິງເລື່ອງຍາກໆທີ່ເຮົາສາມາດຜ່ານມັນມາໄດ້ໃນອະດີດ… ມັນກໍບໍ່ໄດ້ແຕກຕ່າງຫຍັງກັບເລື່ອງໃນມື້ນີ້ ບາງເທື່ອເລື່ອງທີ່ວ່າຍາກໃນມື້ນີ້ ອາດຈະດີກ່ວາເລື່ອງທີ່ຜ່ານມາແລ້ວກໍມີ.
- ຊີວິດກໍປຽບດັ່ງລົດໄຟເຫາະຕີລັງກາຂຶ້ນໆລົງໆໄປຕາມຈັງຫວະ… ຂຶ້ນຢູ່ກັບວ່າເຮົາຈະຮ້ອງ ຫລື ວ່າຈະມ່ວນໄປກັບມັນ.
