ສັບພະຄຸນ ແລະ ປະໂຫຍດຂອງໝາກລະມຸດ 8 ຂໍ້

+ ຄຸນຄ່າທາງໂພຊະນາການຂອງໝາກລະມຸດ ຕໍ່ 100 ກຣາມ ມີດັ່ງນີ້ :

  • ພະລັງງານ 83 ກິໂລກາລໍຣີ.
  • ຄາໂບໄຮເດຣດ 19,96 ກຣາມ.
  • ເສັ້ນໄຍ 5,3 ກຣາມ.
  • ໄຂມັນ 1,1 ກຣາມ.
  • ໂປຣຕິນ 0,44 ກຣາມ.
  • ວິຕາມິນ B2 0,02 ມິນລີກຣາມ 2%.
  • ວິຕາມິນ B3 0,2 ມິນລີກຣາມ 1%.
  • ວິຕາມິນ B5 0,252 ມິນລີກຣາມ 5%.
  • ວິຕາມິນ B6 0,037 ມິນລີກຣາມ 3%.
  • ວິຕາມິນ B9 14 ໄມໂຄຣກຣາມ 4%.
  • ວິຕາມິນ C 14,7 ມິນລີກຣາມ 18%.
  • ທາດການຊຽມ 21 ມິນລີກຣາມ 2%.
  • ທາດເຫລັກ 0,8 ມິນລີກຣາມ 6%.
  • ທາດແມັກນີຊຽມ 12 ມິນລີກຣາມ 2%.
  • ທາດຟົສຟໍ 12 ມິນລີກຣາມ 2%.
  • ທາດໂປຕັສຊຽມ 193 ມິນລີກຣາມ 4%.
  • ທາດໂຊດຽມ 12 ມິນລີກຣາມ 1%.
  • ທາດສັງກະສີ 0,1 ມິນລີກຣາມ 1%.
  1. ໝາກລະມຸດ ມີວິຕາມິນ C ຫລາຍ ຈຶ່ງຊ່ວຍເສີມສ້າງພູມຕ້ານທານພະຍາດ ແລະ ຊ່ວຍປ້ອງກັນໄຂ້ຫວັດໄດ້.
  2. ແກ່ນ ຫລື ໃນໝາກລະມຸດ ໃຊ້ເປັນຢາບຳລຸງກຳລັງ.
  3. ການກິນໝາກລະມຸດຈະຊ່ວຍໃຫ້ຮູ້ສຶກສົດຊື່ນຂຶ້ນ.
  4. ເປືອກຈາກລຳຕົ້ນຂອງໝາກລະມຸດເອົາມາຕົ້ມກິນເປັນຢາແກ້ອາການທ້ອງບິດໄດ້.
  5. ຢາງຕົ້ນໝາກລະມຸດໃຊ້ເປັນຢາຂ້າແມ່ທ້ອງຊະນິດຮຸນແຮງ.
  6. ໝາກລະມຸດເປັນໝາກໄມ້ທີ່ມີເສັ້ນໄຍຫລາຍ ຈຶ່ງຊ່ວຍໃນການຂັບຖ່າຍ ແລະ ປ້ອງກັນອາການຖ່າຍຍາກໄດ້ເປັນຢ່າງດີ ແລະ ຍັງຊ່ວຍປ້ອງກັນການເກີດພະຍາດມະເຮັງລຳໄສ້ໄດ້ນຳອີກ.
  7. ໃຊ້ກິນເປັນໝາກໄມ້ສົດ,​ ຂອງຫວານ, ເຮັດເຫລົ້າແວັງ ຫລື ເຮັດນຳ້ປັ່ນໝາກລະມຸດ.
  8. ຢາງທີ່ມີສີຂາວທຸກພາກສ່ວນຂອງລຳຕົ້ນສາມາດເອົາໄປໃຊ້ເຮັດໝາກຝຣັ່ງ ແລະ ເກີບບູ໊ດໄດ້.
  • ໝາກລະມຸດເປັນໝາກໄມ້ລົດຊາດຫວານຫລາຍ ຜູ້ທີ່ເປັນພະຍາດເບົາຫວານ ຄວນບໍລິໂພກພຽງເລັກນ້ອຍ ແລະ ດົນໆກິນເທື່ອໜຶ່ງ ແລະ ບໍ່ຄວນໃຫ້ເດັກນ້ອຍກິນໝາກລະມຸດໂດຍລຳພັງ ຫາກຢາກໃຫ້ເດັກນ້ອຍກິນຄວນເອົາແກ່ນອອກກ່ອນ ພ້ອມທັງຊອຍເປັນປ່ຽງນ້ອຍໆພໍດີຄຳທີ່ເດັກນ້ອຍສາມາດຫຍຳ້ໄດ້ ເນື່ອງຈາກແກ່ນຂອງໝາກລະມຸດມີຄວາມມື່ນ ແລະ ມີໂອກາດຈະຫລຸດເຂົ້າໄປໃນຫລອດລົມໄດ້ງ່າຍ ໂດຍສະເພາະຢ່າງຍິ່ງແມ່ນເດັກນ້ອຍທີ່ຫາກໍມີແຂ້ວນຳ້ນົມປົ່ງຍັງບໍ່ຄົບ ກໍຄວນຈະບົດໃຫ້ແຫລວ ແລະ ບໍ່ຄວນປ້ອນອາຫານດ້ວຍຄວາມຟ້າວຟັ່ງ ເພາະເດັກນ້ອຍອາດຈະສະໝັກຕິດຄໍໄດ້.
  • ເຄັດລັບການເລືອກຊື້ໝາກລະມຸດ ຢ່າງທຳອິດໃຫ້ລອງຈັບບາຍຜິວເບົາໆ ຖ້າຜິວບໍ່ນຸ້ມຫລາຍກໍໃຊ້ໄດ້, ລັກສະນະພາຍນອກຂອງຜິວເປືອກກ້ຽງກົມ, ມີສີນຳ້ຕານເປັນທຳມະຊາດ ແລະ ຂັ້ວນບໍ່ຫັກ ກໍຈະໄດ້ໝາກລະມຸດຄຸນນະພາບດີໆແລ້ວ.