ຕີມໍ ເລສເຕ ສ້າງປະຫວັດສາດຄັ້ງທຳອິດຂອງປະເທດ ເຂົ້າຮອບຮອງຊະນະເລີດບານເຕະ AFF U-23

ການແຂ່ງຂັນບານເຕະເຍົາວະຊົນ U-23  ປີ ຊີງແຊ໊ມອາຊຽນ 2022 ທີ່ປະເທດກຳປູເຈຍເປັນເຈົ້າພາບຈັດການແຂ່ງຂັນ ໄດ້ທີມເຂົ້າຮອບຢ່າງເປັນທາງການແລ້ວຫນຶ່ງທີມ ຫລັງຈາກເມື່ອວັນທີ 20 ກຸມພາທີ່ຜ່ານມາ ເກມຮອບທຳອິດນັດສຸດທ້າຍຈົບລົງ ໂດຍ ຕີມໍ ເລສເຕ ກາຍເປັນທີມທຳອິດທີ່ຜ່ານເຂົ້າສູ່ຮອບຮອງຊະນະເລີດ.

ພາຍຫລັງທີ່ເອົາຊະນະກຳປູເຈຍ 1-0 ຈົບດ້ວຍການເປັນແຊ໊ມກຸ່ມ A ດ້ວຍຜົນງານຊະນະ 2 ສະເຫມີ 1 ຈາກຜົນງານສະເຫມີ ຟີລິບປິນ 2-2, ຊະນະ ບຣູໄນ 3-1 ແລະ ຊະນະ ກຳປູເຈຍ 1-0 ເກັບມາໄດ້ 7 ຄະແນນ ສ່ວນກຳປູເຈຍ ຈົບດ້ວຍອັນດັບ 2 ມີ 6 ຄະແນນ ອັນດັບ 3 ຟີລິບປິນ ມີ 4 ຄະແນນ, ອັນດັບ 4 ບຣູໄນ 0 ຄະແນນ.

ສົ່ງຜົນໃຫ້ ຕີມໍ ເລສເຕ ສ້າງປະຫວັດສາດຜ່ານເຂົ້າຮອບຮອງຊະນະເລີດບານເຕະລາຍການນີ້ໄດ້ເປັນຄັ້ງທຳອິດຂອງປະຫວັດສາດປະເທດ ຕີມໍ ເລສເຕ ຕັ້ງແຕ່ສົ່ງທີມເຂົ້າຮ່ວມການແຂ່ງຂັນ.