ທ່ານ ທຣຳ ໂທດຄອງເກຣດເຮັດໃຫ້ ການພົວພັນກັບຣັດເຊຍຕົກຕໍ່າ

ປະທານາທິບໍດີ ທຣຳ ກ່າວວ່າ: ການພົວພັນລະຫວ່າງອາເມລິກາກັບຣັດເຊຍໃນຕອນນີ້ “ຕົກຕໍ່າເຖິງຂີດສຸດ” ເພາະສະພາຄອງເກຣດ “ບີບບັງຄັບ” ໃຫ້ລົງນາມກົດໝາຍຂວ້ຳບາດລັດຖະບານມົດສະກູ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດອາເມລິກາ ໃນວັນທີ 3 ສິງຫານີ້ວ່າ: ປະທານາທິບໍດີ ໂດນັນ ທຣຳ ສະແດງຂໍ້ຄວາມໃນວັນທີ 3 ສິງຫາວ່າ: ການພົວພັນລະຫວ່າງອາເມລິກາກັບຣັດເຊຍໃນຕອນນີ້ ຢູ່ໃນລະດັບຕົກຕໍ່າທີ່ສຸດ ແລະ ອັນຕະລາຍທີ່ສຸດເປັນປະຫວັດສາດ ໂດຍສາເຫດມາຈາກສະພາຄອງເກຣດ ເຊິ່ງເປັນບຸກຄົນກຸ່ມດຽວກັບທີ່ຍັງບໍ່ຍອມຜ່ານຮ່າງກົດໝາຍປະກັນສຸຂະພາບສະບັບໃໝ່.
ຂະນະທີ່ທ່ານ ຈອນ ແມກເຄນ ວຸດທິສະມາຊິກລັດແອຣິໂຊນາ ແລະ ແກນນຳຄົນສຳຄັນຂອງພັກລີພັບບລິກັນ ເຊິ່ງເປັນໜຶ່ງໃນຜູ້ທີ່ອອກສຽງຄັດຄ້ານຮ່າງກົດໝາຍປະກັນສຸຂະພາບສະບັບໃໝ່ ສະແດງຂໍ້ຄວາມຕອບຜູ້ນຳອາເມລິກາວ່າ: ຕ້ອງຂອບໃຈທ່ານ ປູຕິນ ທີ່ໂຈມຕີລະບອບປະຊາທິປະໄຕ ຮຸກຮານປະເທດເພື່ອນບ້ານ ແລະ ພັນທະມິດຂອງອາເມລິກາ.
ການຕອບໂຕ້ຜ່ານທະວິດເຕີລະຫວ່າງທ່ານ ທຣຳ ກັບທ່ານ ແມກເຄນ ມີຂຶ້ນພາຍຫລັງຜູ້ນຳອາເມລິກາ “ຈຳໃຈ” ລົງນາມປະກາດໃຫ້ກົດໝາຍຂວ້ຳບາດຣັດເຊຍມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນວັນທີ 27 ກໍລະກົດ ຫລື ເກືອບ 1 ອາທິດ ຫລັງສະພາຄອງເກຣດຜ່ານຮ່າງກົດໝາຍດ້ວຍມະຕິສຽງສ່ວນຫລາຍເກີນ 2 ໃນ 3 ເພື່ອປ້ອງກັນການຕອບໂຕ້ຂອງປະທານາທິບໍດີ. ເຖິງຢ່າງໃດກໍຕາມ, ຜູ້ນຳອາເມລິກາວິຈານວ່າເປັນການ “ມັດມືຊົກ” ຈາກສະພາຄອງເກຣດ ແລະ ເນື້ອໃນກົດໝາຍເຕັມແຕ່ “ຂໍ້ບົກພ່ອງຢ່າງມີໄນສຳຄັນ” ໃນຫລາຍບັນຫາ ແລະ ອາດເປັນການລະເມີດລັດຖະທຳມະນູນ ທີ່ລວມທັງການຈຳກັດອຳນາດຂອງປະທານາທິບໍດີໃນການ “ເຈລະຈາ” ກັບຣັດເຊຍ.
ສ່ວນນາຍົກລັດຖະມົນຕີ ດີມີຕຣີ ເມດເວເດຟ ກ່າວວ່າ: ກົດໝາຍຂວ້ຳບາດດັ່ງກ່າວທີ່ອອກມາເພື່ອໃຊ້ແທນກົດໝາຍຂວ້ຳບາດສະບັບປີ 2014 ຖືເປັນການປະກາດເຈດຕະນາຢ່າງຈະແຈ້ງຂອງອາເມລິກາ ໃນການ “ເຮັດສົງຄາມການຄ້າ” ກັບຣັດເຊຍ. ທັງນີ້ ລັດຖະບານມົດສະກູມີຄຳສັ່ງໃນອາທິດຜ່ານມາ ຂັບໄລ່ເຈົ້າໜ້າທີ່ການທູດຂອງອາເມລິກາ 755 ຄົນ ພາຍໃນວັນທີ 1 ກັນຍາ ແລະ ຍຶດຊັບສິນຂອງລັດຖະບານວໍຊິງຕັນທີ່ເປັນອາຄານ 2ແຫ່ງໃນນະຄອນຫລວງມົດສະກູ ນັບແຕ່ວັນທີ 1 ສິງຫາ.

