ນັກກິລາ ແລ່ນ-ລານ ໄນຈີເຣຍ ຖືກລົງໂທດຫ້າມແຂ່ງຂັນ 10 ປີ ຂໍ້ຫາໃຊ້ສານກະຕຸ້ນ

ເບລສຊິງ ໂອກາມາເຣ ນັກກິລາສາວໄນຈີເຣຍ ອາດຫມົດອະນາຄົດໃນວົງການແລ່ນ-ລານ ຫລັງຖືກໂທດຫ້າມແຂ່ງຂັນ 10 ຂໍ້ຫາໃຊ້ສານກະຕຸ້ນຕ້ອງຫ້າມຫລາຍລາຍການ ແລະ ບໍ່ໃຫ້ຄວາມຮ່ວມມືໃນການສອບສວນ ແຕ່ຍັງມີເວລາອີກ 30 ມື້ ໃນການອຸທອນຕໍ່ສານກິລາໂລກ.
ອົງການກວດສອບຄວາມໂປ່ງໃສຂອງວົງການກິລາແລ່ນ-ລານ (AIU) ອອກມາເປີດເຜີຍວ່າ ເບລສຊິງ ໂອກາບາເຣ ນັກກິລາແລ່ນ-ລານ ທີມຊາດໄນຈີເຣຍ ຖືກລົງໂທດຫ້າມລົງແຂ່ງຂັນເປັນເວລາ 10 ປີ ໂດຍແບ່ງເປັນຖືກໂທດຈາກຂໍ້ຫາໃຊ້ສານກະຕຸ້ນຕ້ອງຫ້າມຫລາຍປະເພດເປັນເວລາ 5 ປີ ແລະ ຂໍ້ຫາບໍ່ໃຫ້ຄວາມຮ່ວມມືໃນການສອບສວນຂໍ້ກ່າວຫາອີກ 5 ປີ.
ກ່ອນຫນ້ານີ້ ໂອກາບາເຣ ຖືກລົງໂທດຫ້າມລົງແຂ່ງຂັນໃນໂອລິມປິກເກມ 2020 ທີ່ນະຄອນໂຕກຽວ ປະເທດຍີ່ປຸ່ນ ເມື່ອຊ່ວງປີຜ່ານມາ ຫລັງບໍ່ຜ່ານການກວດສານກະຕຸ້ນຕ້ອງຫ້າມ ກ່ອນທີ່ຫລ້າສຸດລາວຈະຖືກລົງໂທດຫ້າມແຂ່ງຂັນ 10 ປີ ໂທດໃຊ້ສານກະຕຸ້ນຕ້ອງຫ້າມຫລາຍລາຍການ ລວມເຖິງບໍ່ໃຫ້ຄວາມຮ່ວມມືໃນການສອບສວນນຳອີກ ໂດຍ ຫົວຫນ້າອົງການກວດສອບຄວາມໂປ່ງໃສຂອງວົງການແລ່ນ-ລານ ເບຣດ ໂຄລທີເຢ ລະບຸວ່າ ການລົງໂທດນັກກິລາສາວອາຍຸ 33 ປີ ຄົນນີ້ເປັນເວລາ 10 ປີ ຈະເປັນການສົ່ງສານເຕືອນໄປຍັງນັກກິລາຄົນອື່ນໆທີ່ຄິດຈະໂກງໃນເລື່ອງການໃຊ້ສານກະຕຸ້ນນຳອີກ.
ສຳລັບ ໂອກາບາເຣ ເປັນເຈົ້າຂອງຫລຽນຄຳໃນປະເພດໂດດໄກ ໃນໂອລິມປິກເກມ 2008 ທີ່ນະຄອນປັກກິ່ງ ສປ ຈີນ ນອກຈາກນີ້ຍັງຄວ້າຫລຽນຄຳແລ່ນ 200 ແມັດ ແລະ ໂດດໄກ ໃນກິລາແລ່ນ-ລານ ຊີງແຊ໊ມໂລກມາແລ້ວ ແນວໃດກໍຕາມ ລາວຖືກລົງໂທດຈາກການແຂ່ງຂັນແລ່ນ 100 ແມັດ ຮອບຮອງຊະນະເລີດ ໃນການແຂ່ງຂັນໂອລິມປິກເກມ 2020 ທີ່ນະຄອນໂຕກຽວ ປະເທດຍີີ່ປຸ່ນໃນກາງປີຜ່ານມາ ຫລັງບໍ່ຜ່ານການກວດສານກະຕຸ້ນຈາກການສຸ່ມກວດນອກເຫນືອຈາກໄລຍະຂອງການແຂ່ງຂັນກ່ອນຫນ້ານັ້ນ ທັງທີ່ລາວເຮັດເວລາດີທີ່ສຸດໃນຮິດຂອງຕົນເອງໃນຮອບຄັດເລືອກ ກ່ອນທີ່ລາວຈະຖືກຕັ້ງຂໍ້ຫາກ່ຽວກັບສານກະຕຸ້ນຕ້ອງຫ້າມເຖິງ 3 ກະໂທງ ໃນໄລຍະເດືອນຕຸລາທີ່ຜ່ານມາ ເຊິ່ງລາວປະຕິເສດທັງຫມົດ ແຕ່ສຸດທ້າຍກໍນຳມາເຊິ່ງການຖືກລົງໂທດ 10 ປີດັ່ງກ່າວໃນທີ່ສຸດ ເຊິ່ງລາວຍັງມີເວລາອີກ 30 ມື້ ໃນການຍື່ນອຸທອນຄຳຕັດສິນດັ່ງກ່າວ ຕໍ່ສານກິລາໂລກ (CAS) ຕໍ່ໄປ.

