ພາສີແຂວງບໍລິຄຳໄຊຕັ້ງເປົ້າເກັບລາຍຮັບໃຫ້ໄດ້ 600 ຕື້ກີບ

ທ່ານ ສ້ອຍ ວົງພະຈັນ ຫົວໜ້າພາສີແຂວງບໍລິຄຳໄຊ ເປີດເຜີຍວ່າ: ເພື່ອບັນລຸຄາດໝາຍ ຈະສຸມໃສ່ປັບ ປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງກັບວຽກງານແຕ່ລະໄລຍະ, ສຸມໃສ່ຄຸ້ມຄອງການຈັດເກັບລາຍຮັບຕາມທ່າແຮງບົ່ມຊ້ອນເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ, ເພີ່ມທະວີຕ້ານ ແລະ ສະ ກັດກັ້ນການຮົ່ວໄຫລງົບປະມານທຸກຮູບແບບ ໂດຍຕິດຕາມກວດກາ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດລວມທັງສຸມໃສ່ຄຸ້ມຄອງກວດກາສິນຄ້າ, ເຄື່ອງຂອງເຂົ້າ-ອອກດ່ານ ທີ່ເປັນແຫລ່ງລາຍຮັບຕົ້ນຕໍ ເຊັ່ນ: ສິນຄ້າປະເພດຊັບພະຍາກອນທຳມະຊາດ, ນໍ້າມັນເຊື້ອໄຟ, ຊິ້ນສ່ວນປະກອບພາຫະນະ, ອາໄຫລ່ເຄື່ອງ ໃຊ້ໄຟຟ້າ, ເຄື່ອງກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້ານຳເຂົ້າເພື່ອສົ່ງອອກ, ຄ່າທໍານຽມຕ່າງໆແລະ ຮູບແບບສົ່ງເສີມການລົງທຶນໃຫ້ຖືກຕ້ອງຕາມລະບຽບການ, ນຳໃຊ້ໃຫ້ຖືກເປົ້າໝາຍ ແລະ ສິນຄ້າອື່ນໆ,ຫັນ ການແຈ້ງພາສີໂດຍໃຊ້ລະບົບ ASYCUDA, ການຊຳລະຄ່າພາສີ-ອາກອນໂດຍລະບົບ SMARTTAX, ນຳໃຊ້ໂປຼແກຣມຄຸ້ມຄອງແຜນນຳເຂົ້າ (Master List), ການເກັບຄ່າທຳນຽມພາຫະນະເຂົ້າ-ອອກ ບໍ53 ແບບເອັກໂຕຣນິກ.

ຫົວໜ້າພາສີແຂວງບໍລິຄຳໄຊ ເປີດເຜີຍອີກວ່າ: ສິ່ງສຳຄັນຈະໄດ້ປະສານສົມທົບກັບບັນດາບໍລິສັດນໍາເຂົ້າ-ສົ່ງອອກສິນຄ້າ ເພື່ອດຶງດູດໃຫ້ເຂົ້າມາບໍລິການຢູ່ພາຍໃນແຂວງໃຫ້ຫລາຍຂຶ້ນ, ປັບປຸງກົນໄກ, ຂັ້ນຕອນ, ຂອດບໍລິການເພື່ອອຳນວຍຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ, ຜູ້ປະກອບການໃນການປະ ກອບພັນທະໃຫ້ສະດວກວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນ, ເອົາໃຈໃສ່ຜັນຂະຫຍາຍບັນດານິຕິກຳຂອງຂະແໜງພາສີໂດຍສະເພາະກົດໝາຍວ່າດ້ວຍພາສີ ເຂົ້າສູ່ວຽກງານຕົວຈິງ.