ຮອງນາຍົກລັດຖະມົນຕີ ເນັ້ນ ປກຊ-ປກສ 4 ແຂວງພາກໃຕ້ຕັດສິນໃຈສູງປະຕິບັດໜ້າທີ່ວຽກງານ

ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດເນັ້ນໃນກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງພາກໃຕ້ ແລະ ກອງພົນທີ 5 ປະຈຳປີ 2021 ໃນວັນທີ 18 ກຸມພາທີ່ກອງບັນຊາການທະຫານແຂວງຈຳປາສັກ ໂດຍຊີ້ນໍາໃຫ້ເພີ່ມທະ ວີຄວາມເປັນເຈົ້າການນໍາພາ-ຊີ້ນໍາຢ່າງແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງກໍ່ສ້າງຮາກຖານການເມືອງໃຫ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງກວ່າເກົ່າ ທັງກໍາ ແໜ້ນ, ຕິດຕາມກວດກາ, ສຶກສາອົບຮົມເປົ້າໝາຍ ແລະ ມີມາດຕະການຕໍ່ຜູ້ກະທໍາຜິດຢ່າງເດັດຂາດ, ພະນັກງານແຕ່ລະຂັ້ນຕ້ອງກໍາແໜ້ນໜ້າທີ່ການເມືອງຂອງຕົນ, ເປັນເອກະພາບຕໍ່ແຜນການ ທັງຫັນເອົາແຜນ ການຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ, ຕັດສິນໃຈສູງ ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຕໍ່ຜົນໄດ້ ຜົນເສຍ.

ການກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານໃຫ້ຕິດພັນກັບວຽກງານ 3 ສ້າງ, ແກ້ໄຂສະພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫຼັກທີ່ເຂັ້ມແຂງ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ, ແຕ່ລະແຂວງຕ້ອງກໍານົດລະອຽດຈະແຈ້ງບັນດາວຽກງານຈຸດສຸມທີ່ຕ້ອງໄດ້ປະຕິບັດແຕ່ລະໄລຍະ ໂດຍສະເພາະບັນຫາຄົງຄ້າງເຮັດບໍ່ທັນສໍາເລັດ, ປະສານສົມທົບຢ່າງກົມກຽວລະຫວ່າງຂະແໜງການຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນການປະຕິບັດແຜນການໃຫ້ມີຄຸນນະພາບ.

ໃນກອງປະຊຸມດັ່ງກ່າວ, ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈໍາປາສັກ ຕີລາຄາວ່າ:ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງພັກ-ລັດ ກໍຄືຄະນະກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາ ກຳລັງປະກອບອາວຸດ, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຄະນະບໍລິຫານງານພັກ 4 ແຂວງ ແລະ ມະຕິກອງປະຊຸມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ, 1 ກອງພົນປະ ຈຳປີ 2021 ຊຶ່ງສາມາດຮັກສາໄດ້ສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງ ຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ປັບປຸງ, ຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບ ກໍາລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກຳລັງ ປກຊ-ປກສ ເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນເປັນກ້າວໆ.