ຫ້ອງການຄຸ້ມຄອງ ແລະ ການບໍລິການດ່ານສາກົນຂົວມິດຕະພາບລາວ-ໄທ 1 ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ

ໃນວັນທີ3 ສິງຫາ ນີ້, ຄະນະພັກຮາກຖານຫ້ອງການຄຸ້ມຄອງ ແລະ ບໍລິການດ່ານສາກົນຂົວມິດຕະພາບລາວ-ໄທ1 ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງປັບປຸງປົວແປງທົ່ວພັກ ປະຈຳປີ2017. ເພື່ອເສີມຂະຫຍາຍມູນເຊື້ອ, ແກ້ໄຂຈຸດອ່ອນ, ຂໍ້ບົກພ່ອງ, ແນໃສ່ຍົກສູງຄວາມສາມາດນໍາພາ ແລະ ທັດສະນະນໍາໜ້າຂອງພັກ. ເຂົ້າຮ່ວມໂດຍ ທ່ານ ຄຳພັນ ມາລາບັນດິດ, ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ. ມີບັນດາຄະນະພັກ ແລະ ສະມາຊິກພັກອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ບູນເພັງ ວໍລະລາດ ຮັກສາການຄະນະພັກຮາກຖານການຄຸ້ມຄອງ ແລະ ບໍລິການ ດ່ານສາກົນຂົວມິດຕະພາບລາວ-ໄທ1 ໄດ້ກ່າວວ່າ; ການເປີດບັ້ນດຳເນີນຊີວິການເມືອງ ໃນຄັ້ງນີ້ ເປັນການກວດຄືນຄວາມຮັບຜິດຊອບການຊີ້ນຳ-ນຳພາລວມຂອງຄະນະພັກຮາກຖານຫ້ອງການຄຸ້ມຄອງ ແລະ ການບໍລິການໃນໄລຍະຜ່ານມາ ແລະ ຊອກໃຫ້ເຫັນທິດທາງແກ້ໄຂໃນຕໍ່ໜ້າ, ດຳເນີນການສຳຫຼວດກວດກາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຄວາມຮັບຜິດຊອບທາງການເມືອງ ແບບແຜນການນຳພາວິທີເຮັດວຽກ, ແບບແຜນການດຳລົງຊີວິດ, ລັກສະນະນຳໜ້າຄວາມເປັນແບບຢ່າງພ້ອມກັນເສີມຂະຫຍາຍປະຊາທິປະໄຕ ການຕໍານິຕິຊົມເຊິ່ງກັນ ແລະ ກັນ ລວມທັງຕົນເອງ ຕາມຫຼັກການຂອງພັກ ບົນພື້ນຖານຂໍ້ມູນຕົວຈິງ ໃນການນຳພາພາຍໃນອົງຄະນະພັກຮາກຖານ.
ໃນໂອກາດດຽວກັນທ່ານ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ. ຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກຮາກຖານ ກວດກາຜົນງານດ້ານດີ ເພື່ອແກ້ໄຂດ້ານອ່ອນຍົກສູງຄວາມຮັບຜິດຊອບການເມືອງສະຕິເຄົາລົບປະຕິບັດກົດລະບຽບຂອງພັກ ແລະ ລະບຽບຕ່າງໆຂອງລັດຢ່າງເຂັ້ມງວດ ເພື່ອສ້າງຄວາມເຂັ້ມແຂງໃນການນຳພາພາຍໃນອົງຄະນະພັກຮາກຖານຫ້ອງການຄຸ້ມຄອງ ແລະບໍລິການດ່ານສາກົນຂົວມິດຕະພາບລາວ-ໄທ1.

