ຊາບີ ຄິດບວກ ບາເຊໂລນາ ລົງມາຫລິ້ນຢູໂຣປາລີກໃນຮອບ 19 ປີ

ຜູ້ຈັດການທີມບາເຊໂລນາ ເບິ່ງໂອກາດໃນວິກິດກ່ອນເປີດເສິກແຂ່ງກັບ ນາໂປລີ ຫລັງຕົກຮອບແບ່ງກຸ່ມ ຢູຟາ ແຊ໊ມປຽນລີກ ລົງມາຫລິ້ນຢູໂຣປາລີກ ຄັ້ງທຳອິດໃນຮອບ 19 ປີ.
ຊາບີ ເອີນານເດສ ຜູ້ຈັດການທີມບາເຊໂລນາ ທີມອັບດັບ 4 ລາ ລີກາ ສະເປນ ໃຫ້ສຳພາດກ່ອນເກມຢູໂຣປາລີກ ຮອບເພລອອຟ ເຊິ່ງຈະເປີດບ້ານພົບກັບ ນາໂປລີ ທີມອັນດັບ 3 ຂອງລີກ ກັລໂຊ ເຊເຣຍ ອາ ອີຕາລີ ໃນຄືນວັນພະຫັດທີ່ຜ່ານມາ.
ບາເຊໂລນາ ຕ້ອງລົງມາຫລິ້ນຂັນຮອງຂອງຢູໂຣບເປັນຄັ້ງທຳອິດໃນຮອບ 19 ປີ ນັບຕັ້ງແຕ່ຢູຟາ ຄັບ ລະດູການ 2003-2004 ຫລັງຕົກຮອບແບ່ງກຸ່ມ ຢູຟາ ແຊ໊ມປຽນລີກ ດ້ວຍການຈົບອັນດັບ 3 ຂອງກຸ່ມ E ຕໍ່ຈາກ ບາເຢິນ ມິວນິກ ແລະ ເບນຟີກາ.
ເຮັດໃຫ້ ບາເຊໂລນາ ຕ້ອງມາເຕະເພລອອບ ກັບນາໂປລີ ຮອງແຊ໊ມກຸ່ມ C ຈາກຢູໂຣປາລີກ ເຊິ່ງຜູ້ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 16 ທີມ ເຊິ່ງມີ 8 ທີມແຊ໊ມກຸ່ມຈາກຮອບແບ່ງກຸ່ມເຂົ້າໄປຢືນຖ້າຢູ່ແລ້ວ ໂດຍຈະມີການຈົກສະຫລາກປະກົບຄູ່ໃນວັນທີ 25 ກຸມພານີ້.
ແນວໃດກໍຕາມ ຊາບີ ເອີນານເດສ ຍັງເບິ່ງໂລກໃນແງ່ດີວ່າເປັນໂອກາດວິກິດຂອງບາເຊໂລນາ ‘‘ ມັນເປັນໂອກາດຂອງເຮົາ ເປົ້າຫມາຍຫລັກໃນລະດູການນີ້ ຄືການໄດ້ເຂົ້າໄປຫລິ້ນ ຢູຟາ ແຊ໊ມປຽນລີກ ໃນລະດູການຫນ້າ ເຊິ່ງມັນກໍມີຢູ່ 2 ວິທີ ຄື ຈົບ 1 ໃນອັນດັບ 4 ຫລື ຄວ້າແຊ໊ມຢູໂຣ ປາລີກ ນີ້ຄືລາຍການຍົກລະດັບທະວີບຢູໂຣບ ແລະ ເຮົາຕ້ອງການແຟນບານຫນູນຫລັງ ເຮົາຄາດຫວັງວ່າຈະເປັນການແຂ່ງຂັນທີ່ດີເດັ່ນ ແລະ ເຮົາຢາກຈະໄປໃຫ້ໄກທີ່ສຸດເທົ່າທີ່ຈະເຮັດໄດ້ ’’.

